ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຮຸນດາ​ເຮັດ​ຕາມ​ເປົ້າໝາຍ​ໄດ້​ສຳເລັດ

ຮຸນດາ​ເຮັດ​ຕາມ​ເປົ້າໝາຍ​ໄດ້​ສຳເລັດ

ໃນ​ຫຼາຍ​ປີ​ກ່ອນ ຖ້າ​ເຈົ້າ​ເຄີຍ​ໄປ​ເກາະ​ນ້ອຍ​ໆ​ຊື່​ຊັງກີເບຊາ​ຢູ່​ອິນໂດເນເຊຍ ເຈົ້າ​ອາດ​ເຈິ​ພີ່ນ້ອງ​ຍິງ 3 ຄົນ​ຢູ່​ແຄມ​ທະເລ. ຄົນ​ໃນ​ເກາະ​ຮູ້​ຈັກ​ເຂົາເຈົ້າ​ວ່າ​ເປັນ​ພະຍານ​ພະ​ເຢໂຫວາ ຍ້ອນ​ເຂົາເຈົ້າ​ຊ່ວຍ​ຫຼາຍ​ຄົນ​ໃຫ້​ຮູ້​ຈັກ​ຄຳພີ​ໄບເບິນ. ແຕ່​ຕອນ​ທີ່​ເຈົ້າ​ເຫັນ 3 ຄົນ​ນີ້​ຢູ່​ແຄມ​ທະເລ ເຂົາເຈົ້າ​ກຳລັງ​ເຮັດ​ບາງ​ຢ່າງ​ທີ່​ບໍ່​ແມ່ນ​ວຽກ​ປະກາດ.

ເກາະ​ຊັງກີເບຊາ​ທີ່​ຢູ່​ທາງ​ພາກ​ເໜືອ​ຂອງ​ອິນໂດເນເຊຍ

ເຂົາເຈົ້າ​ເຮັດ​ຫຍັງ? ເຂົາເຈົ້າ​ຍ່າງ​ລົງ​ໄປ​ໃນ​ທະເລ​ແລະ​ເອົາ​ກ້ອນ​ຫີນ​ຂຶ້ນ​ມາ​ເທິງ​ຝັ່ງ. ຫີນ​ບາງ​ກ້ອນ​ໃຫຍ່​ສ່ຳ​ກັບ​ໝາກ​ບານ​ເຕະ. ຈາກນັ້ນ ເຂົາເຈົ້າ​ກໍ​ນັ່ງ​ຕັ່ງ​ນ້ອຍ​ໆ​ແລະ​ເອົາ​ຄ້ອນຕີ​ທຸບ​ຫີນ​ເປັນ​ກ້ອນ​ນ້ອຍ​ໆ​ສ່ຳ​ໄຂ່​ໄກ່ ແລ້ວ​ເຂົາເຈົ້າ​ກໍ​ເອົາ​ກ້ອນ​ຫີນ​ໃສ່​ຄຸ​ພຣາດສະຕິກ​ແລະ​ຫິ້ວ​ເມືອ​ເຮືອນ. ເມື່ອ​ຮອດ​ເຮືອນ ເຂົາເຈົ້າ​ກໍ​ເອົາ​ກ້ອນ​ຫີນ​ທີ່​ເກັບ​ມາ​ນັ້ນ​ໃສ່​ຖົງ​ໃຫຍ່ ແລ້ວ​ຊ່ວຍ​ກັນ​ຍົກ​ຂຶ້ນ​ໃສ່​ຫຼັງ​ລົດ​ບັນທຸກ​ເພື່ອ​ເອົາ​ກ້ອນ​ຫີນ​ເຫຼົ່າ​ນັ້ນ​ໄປ​ໃຊ້​ເຮັດ​ຫົນທາງ.

ຮຸນດາ​ກຳລັງ​ເກັບ​ກ້ອນ​ຫີນ​ຢູ່​ແຄມ​ທະເລ

ໜຶ່ງ​ໃນ​ພີ່ນ້ອງ​ຍິງ 3 ຄົນ​ນັ້ນ​ແມ່ນ​ຮຸນດາ. ລາວ​ມີ​ເວລາ​ທີ່​ຈະ​ເຮັດ​ວຽກ​ນີ້​ຫຼາຍ​ກວ່າ​ຄົນ​ອື່ນ. ປົກກະຕິ​ແລ້ວ ລາວ​ຈະ​ເອົາ​ເງິນ​ທີ່​ໄດ້​ຈາກ​ການ​ເຮັດ​ວຽກ​ນີ້​ມາ​ໃຊ້​ຈ່າຍ​ໃນ​ຄອບຄົວ ແຕ່​ຕອນນີ້​ລາວ​ຢາກ​ທ້ອນ​ເງິນ​ໄວ້​ບາງ​ສ່ວນ​ເພື່ອ​ຊື້​ບາງ​ຢ່າງ. ລາວ​ຢາກ​ໄດ້​ແທັບເລັດ​ເພາະ​ມັນ​ຈະ​ຊ່ວຍ​ລາວ​ໃຫ້​ເຂົ້າ​ແອັບ JW Library® ໄດ້. ຮຸນດາ​ຮູ້​ວ່າ​ວິດີໂອ​ແລະ​ສິ່ງ​ອື່ນ​ໆ​ທີ່​ຢູ່​ໃນ​ແອັບ​ນີ້​ຈະ​ຊ່ວຍ​ລາວ​ໃນ​ວຽກ​ປະກາດ​ແລະ​ຊ່ວຍ​ລາວ​ໃຫ້​ເຂົ້າໃຈ​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ.

ຮຸນດາ​ເຮັດ​ວຽກ​ຕອນ​ເຊົ້າ​ມື້​ລະ 2 ຊົ່ວໂມງ​ປະມານ​ເດືອນ​ເຄິ່ງ ເພື່ອ​ລາວ​ຈະ​ໄດ້​ກ້ອນ​ຫີນ​ເຕັມ​ລົດ​ບັນທຸກ​ນ້ອຍ​ໆ​ຄັນ​ໜຶ່ງ. ໃນ​ທີ່​ສຸດ ລາວ​ກໍ​ມີ​ເງິນ​ພໍ​ທີ່​ຈະ​ຊື້​ແທັບເລັດ.

ຮຸນດາ​ກັບ​ແທັບເລັດ​ຂອງ​ລາວ

ຮຸນດາ​ເວົ້າ​ວ່າ: “ເຖິງ​ວ່າ​ຂ້ອຍ​ຈະ​ເມື່ອຍ​ແລະ​ປວດ​ຕົນ​ໂຕ​ຍ້ອນ​ເຮັດ​ວຽກ​ນີ້ ແຕ່​ຂ້ອຍ​ກໍ​ບໍ່​ໄດ້​ຄິດ​ເຖິງ​ມັນ​ເລີຍ​ເມື່ອ​ໄດ້​ໃຊ້​ແທັບເລັດ​ໃໝ່​ເພື່ອ​ຊ່ວຍ​ຂ້ອຍ​ໃຫ້​ປະກາດ​ໄດ້​ດີ​ຂຶ້ນ​ແລະ​ເພື່ອ​ກຽມ​ການ​ປະຊຸມ​ໄດ້​ງ່າຍ​ຂຶ້ນ.” ຮຸນດາ​ຍັງ​ເວົ້າ​ວ່າ ຕອນ​ທີ່​ພະຍາດ​ໂຄວິດ​ເລີ່ມ​ລະບາດ​ໃໝ່​ໆ​ແທັບເລັດ​ຊ່ວຍ​ລາວ​ໃຫ້​ເຂົ້າ​ຮ່ວມ​ການ​ປະຊຸມ​ແລະ​ການ​ປະກາດ​ກັບ​ພີ່ນ້ອງ​ໄດ້. ເຮົາ​ດີໃຈ​ຫຼາຍ​ທີ່​ຮຸນດາ​ເຮັດ​ຕາມ​ເປົ້າໝາຍ​ໄດ້​ສຳເລັດ.