ຄຳພີ​ໄບເບິນ—ບອກ​ເລື່ອງ​ຫຍັງ?

ຂ່າວ​ສານ​ພື້ນຖານ​ມາ​ຈາກ​ຄຳພີ​ໄບເບິນ​ແມ່ນ​ຫຍັງ?

ເປັນ​ຫຍັງ​ຕ້ອງ​ພິຈາລະນາ​ຄຳພີ​ໄບເບິນ?

ຂໍ​ໃຫ້​ພິຈາລະນາ​ປະໂຫຍດ​ຈາກ​ຄຳພີ​ໄບເບິນ ເຊິ່ງ​ເປັນ​ປຶ້ມ​ທີ່​ຮູ້ຈັກ​ຂອງ​ຄົນ​ທົ່ວ​ໂລກ

ໝວດ 1

ພະ​ຜູ້​ສ້າງ​ປະທານ​ອຸທິຍານ​ໃຫ້​ແກ່​ມະນຸດ

ຄຳພີ​ໄບເບິນ​ກ່າວ​ເຖິງ​ການ​ສ້າງ​ມະນຸດ​ຢ່າງ​ໃດ? ພະເຈົ້າ​ໄດ້​ໃຫ້​ຄຳ​ສັ່ງ​ຫຍັງ​ໃຫ້​ແກ່​ມະນຸດ​ຄູ່​ທຳອິດ?

ໝວດ 2

ອຸທິຍານ​ໄດ້​ສູນ​ເສຍ​ໄປ

ເມື່ອ​ພະເຈົ້າ​ໄດ້​ແຈ້ງ​ໂທດ​ຕໍ່​ອາດາມ​ແລະ​ເອວາ​ຕາມ​ການ​ກະທຳ​ຂອງ​ເຂົາ​ເຈົ້າ ພະອົງ​ຈັດ​ໃຫ້​ມີ​ພື້ນຖານ​ຂອງ​ຄວາມ​ຫວັງ​ແນວ​ໃດ?

ໝວດ 3

ມະນຸດ​ລອດ​ຊີວິດ​ຈາກ​ນໍ້າ​ຖ້ວມ​ໂລກ

ຄວາມ​ຊົ່ວ​ແພ່​ລາມ​ອອກ​ໄປ​ທົ່ວ​ແຜ່ນດິນ​ໂລກ​ຢ່າງ​ໃດ? ໂນເອ​ພິສູດ​ຕົວ​ເປັນ​ຄົນ​ສັດ​ຊື່​ຢ່າງ​ໃດ?

ໝວດ 4

ພະເຈົ້າ​ເຮັດ​ສັນຍາ​ໄມຕີ​ກັບ​ທ່ານ​ອັບລາຫາມ

ເປັນ​ຫຍັງ​ອັບລາຫາມ​ຈຶ່ງ​ຍ້າຍ​ໄປ​ຢູ່​ເມືອງ​ການາອານ? ພະ​ເຢໂຫວາ​ເຮັດ​ຄຳ​ສັນຍາ​ໄມຕີ​ອັນ​ໃດ​ກັບ​ອັບລາຫາມ?

ໝວດ 5

ພະເຈົ້າ​ອວຍ​ພອນ​ໃຫ້​ອັບລາຫາມ​ແລະ​ຄອບຄົວ​ຂອງ​ທ່ານ

ເມື່ອ​ພະ​ເຢໂຫວາ​ບອກ​ໃຫ້​ອັບລາຫາມ​ຖວາຍ​ອີຊາກ​ນັ້ນ​ເປັນ​ພາບ​ສະແດງ​ເຖິງ​ອັນ​ໃດ? ຢາໂຄບ​ພະຍາກອນ​ໄວ້​ວ່າ​ແນວ​ໃດ​ກ່ອນ​ທີ່​ລາວ​ຈະ​ຕາຍ?

ໝວດ 6

ໂຢບ​ຮັກສາ​ຄວາມ​ສັດ​ຊື່​ໝັ້ນ​ຄົງ

ພະທຳ​ໂຢບ​ສະແດງ​ໃຫ້​ເຫັນ​ວ່າ​ທູດ​ສະຫວັນ​ແລະ​ມະນຸດ​ມີ​ສ່ວນ​ໃນ​ການ​ພິສູດ​ຄວາມ​ຖືກຕ້ອງ​ແຫ່ງ​ສິດ​ອຳນາດ​ປົກຄອງ​ຂອງ​ພະ​ເຢໂຫວາ​ໂດຍ​ວິທີ​ໃດ?

ໝວດ 7

ພະເຈົ້າ​ຊ່ວຍ​ລູກ​ຫຼານ​ອິດສະລາແອນ​ຈາກ​ການ​ເປັນ​ທາດ

ໂມເຊ​ກາຍ​ເປັນ​ຜູ້​ທີ່​ພະເຈົ້າ​ໃຊ້​ໄດ້​ແນວ​ໃດ​ໃນ​ການ​ຊ່ອຍ​ຊາດ​ອິດສະລາແອນ​ໃຫ້​ພົ້ນ​ຈາກ​ການ​ເປັນ​ທາດ? ອັນ​ໃດ​ຄື​ຕົ້ນ​ເຫດ​ຂອງ​ການ​ສະຫຼອງ​ປັດສະຄາ?

ໝວດ 8

ຊາວ​ອິດສະລາແອນ​ເຂົ້າ​ສູ່​ແຜ່ນດິນ​ການາອານ

ເມື່ອ​ຊາວ​ອິດສະລາແອນ​ເຂົ້າ​ສູ່​ແຜ່ນດິນ​ການາອານ ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ປ່ອຍ​ໃຫ້​ລາຫາບ​ແລະ​ຄອບຄົວ​ຂອງ​ລາວ​ມີ​ຊີວິດ​ຢູ່?

ໝວດ 9

ຊາດ​ອິດສະລາແອນ​ຂໍ​ໃຫ້​ມີ​ກະສັດ

ພາຍ​ຫຼັງ​ທີ່​ຊາດ​ອິດສະລາແອນ​ຂໍ​ໃຫ້​ມີ​ກະສັດ ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ແຕ່ງ​ຕັ້ງ​ດາວິດ​ໃຫ້​ເປັນ​ກະສັດ​ແທນ​ຊາອຶລ?

ໝວດ 10

ຊາໂລໂມນ​ເປັນ​ຜູ້​ປົກຄອງ​ທີ່​ສະຫຼາດ​ສຸຂຸມ

ມີ​ຕົວຢ່າງ​ຫຍັງ​ທີ່​ສະແດງ​ໃຫ້​ເຫັນ​ຄວາມ​ສະຫຼາດ​ຫຼັກແຫຼມ​ຂອງ​ຊາໂລໂມນ? ຜົນ​ເປັນ​ແນວ​ໃດ​ເມື່ອ​ຊາໂລໂມນ​ຢູ່​ໃນ​ທາງ​ຂອງ​ພະ​ເຢໂຫວາ?

ໝວດ 11

ບົດ​ເພງ​ທີ່​ຂຽນ​ໂດຍ​ການ​ດົນ​ບັນດານ​ໃຫ້​ການ​ຊູ​ໃຈ​ແລະ​ການ​ສັ່ງ​ສອນ

ຄຳເພງ​ຂໍ້​ໃດ​ແດ່​ສະແດງ​ເຖິງ​ວິທີ​ທີ່​ພະເຈົ້າ​ຊ່ອຍ​ເຫຼືອ​ແລະ​ຊູ​ໃຈ​ຄົນ​ທີ່​ຮັກ​ພະອົງ? ກະສັດ​ໄດ້​ປະພັນ​ເພງ​ຫຍັງ​ໃນ​ບົດລຳເພງ​ຂອງ​ຊາໂລໂມນ?

ໝວດ 12

ສະຕິ​ປັນຍາ​ຂອງ​ພະເຈົ້າ​ຊີ້​ນຳ​ຊີວິດ

ຂໍ​ໃຫ້​ພິຈາລະນາ​ວິທີ​ທີ່​ຈະ​ເອົາ​ຄຳ​ແນະນຳ​ທີ່​ໄດ້​ຮັບ​ການ​ດົນ​ບັນດານ​ໃຈ​ໃນ​ພະທຳ​ສຸພາສິດ ແລະ​ຜູ້​ເທສະໜາ​ປ່າວ​ປະກາດ​ໄປ​ນຳ​ໃຊ້​ແລະ​ປູກ​ຝັງ​ການ​ໄວ້​ວາງໃຈ​ໃນ​ພະເຈົ້າ

ໝວດ 13

ກະສັດ​ດີ​ແລະ​ກະສັດ​ບໍ່​ດີ

ປະເທດ​ອິດສະລາແອນ​ຖືກ​ແບ່ງ​ອອກ​ເປັນ​ສອງ​ອານາຈັກ​ໄດ້​ຢ່າງ​ໃດ?

ໝວດ 14

ພະເຈົ້າ​ກ່າວ​ໂດຍ​ທາງ​ຜູ້​ພະຍາກອນ​ຂອງ​ພະອົງ

ຂ່າວ​ສານ​ອັນ​ໃດ​ທີ່​ພະເຈົ້າ​ໃຊ້​ຜູ້​ພະຍາກອນ​ໄປ​ບອກ? ຂໍ​ໃຫ້​ພິຈາລະນາ​ເລື່ອງ​ສຳຄັນ​ສີ່​ເລື່ອງ​ທີ່​ກ່າວ​ໂດຍ​ບັນດາ​ຜູ້​ພະຍາກອນ​ຂອງ​ພະເຈົ້າ

ໝວດ 15

ຜູ້​ພະຍາກອນ​ທີ່​ເປັນ​ຊະເລີຍ​ເຫັນ​ນິມິດ​ກ່ຽວ​ກັບ​ອະນາຄົດ

ດານຽນ​ໄດ້​ຮັບ​ຮູ້​ສິ່ງ​ໃດ​ກ່ຽວ​ກັບ​ເມຊີ​ແລະ​ລາຊະອານາຈັກ​ຂອງ​ພະເຈົ້າ?

ໝວດ 16

ການ​ປາກົດ​ຕົວ​ຂອງ​ເມຊີ

ພະເຈົ້າ​ໃຊ້​ທູດ​ສະຫວັນ​ແລະ​ໂຢຮັນ​ຜູ້​ໃຫ້​ບັບເຕມາ​ຢ່າງ​ໃດ​ເພື່ອ​ລະບຸ​ວ່າ​ພະ​ເຍຊູ​ເປັນ​ພະ​ຄລິດ? ໂດຍ​ວິທີ​ໃດ​ທີ່​ພະ​ເຢໂຫວາ​ໄດ້​ລະບຸ​ຕົວຢ່າງ​ຈະ​ແຈ້ງ​ວ່າ​ລູກ​ຊາຍ​ຂອງ​ພະອົງ​ເປັນ​ເມຊີ?

ໝວດ 17

ພະ​ເຍຊູ​ສອນ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ

ເລື່ອງ​ທີ່​ພະ​ເຍຊູ​ປະກາດ​ແມ່ນ​ຫຍັງ? ພະອົງ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ພະອົງ​ຈະ​ປົກຄອງ​ໂດຍ​ອາໄສ​ຄວາມ​ຮັກ​ແລະ​ຄວາມ​ຍຸຕິທຳ?

ໝວດ 18

ພະ​ເຍຊູ​ເຮັດ​ການ​ອັດສະຈັນ

ການ​ອັດສະຈັນ​ທີ່​ພະ​ເຍຊູ​ເຮັດ​ສະແດງ​ໃຫ້​ເຫັນ​ຫຍັງ​ກ່ຽວ​ອຳນາດ​ຂອງ​ພະອົງ​ແລະ​ການ​ປົກຄອງ​ຂອງ​ພະອົງ​ເໜືອ​ແຜ່ນດິນ​ໂລກ​ໃນ​ອະນາຄົດ?

ໝວດ 19

ພະ​ເຍຊູ​ກ່າວ​ຄຳ​ພະຍາກອນ​ທີ່​ສົ່ງ​ຜົນ​ຕໍ່​ທົ່ວ​ໂລກ

ສັນຍະລັກ​ທີ່​ພະ​ເຍຊູ​ໃຫ້​ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ​ຕໍ່​ສາວົກ​ຂອງ​ພະອົງ?

ໝວດ 20

ພະ​ເຍຊູ​ຄລິດ​ຖືກ​ປະຫານ​ຊີວິດ

ພະ​ເຍຊູ​ຈັດ​ຕັ້ງ​ການ​ສະຫຼອງ​ໃໝ່​ອັນ​ໃດ​ຂຶ້ນ​ກ່ອນ​ທີ່​ພະອົງ​ຈະ​ຖືກ​ທໍລະຍົດ​ແລະ​ຖືກ​ຕອກ​ໃສ່​ຫຼັກ?

ໝວດ 21

ພະ​ເຍຊູ​ມີ​ຊີວິດ​ອີກ​ແລ້ວ!

ພວກ​ສາວົກ​ຂອງ​ພະ​ເຍຊູ​ຮູ້​ໄດ້​ແນວ​ໃດ​ວ່າ​ພະເຈົ້າ​ໄດ້​ປຸກ​ພະອົງ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລ້ວ?

ໝວດ 22

ອັກຄະສາວົກ​ປະກາດ​ຢ່າງ​ບໍ່​ຢ້ານ​ກົວ

ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ລະຫວ່າງ​ເທດ​ສະ​ການ​ເພນເຕກອດ? ພວກ​ສັດຕູ​ມີ​ປະຕິກິລິຍາ​ແນວ​ໃດ​ຕໍ່​ການ​ປະກາດ​ຂອງ​ເຫຼົ່າ​ສາວົກ​ຂອງ​ພະ​ເຍຊູ?

ໝວດ 23

ຂ່າວ​ດີ​ແຜ່​ຂະຫຍາຍ​ອອກ​ໄປ

ມີ​ຫຍັງ​ເກີດ​ຂຶ້ນ​ພາຍ​ຫຼັງ​ທີ່​ໂປໂລ​ໄດ້​ປິ່ນປົວ​ຊາຍ​ພິການ​ໃນ​ເມືອງ​ລີສະທາ? ໂປໂລ​ໄປ​ຮອດ​ເມືອງ​ໂລມ​ໄດ້​ແນວ​ໃດ?

ໝວດ 24

ໂປໂລ​ຂຽນ​ຈົດ​ໝາຍ​ເຖິງ​ປະຊາຄົມ​ຕ່າງໆ

ຄຳ​ແນະນຳ​ທີ່​ເໝາະ​ສົມ​ແບບ​ໃດ​ທີ່​ໂປໂລ​ຈັດ​ຕຽມ​ໄວ້​ໃນ​ການ​ຈັດ​ຕັ້ງ​ປະຊາຄົມ? ທ່ານ​ບອກ​ແນວ​ໃດ​ກ່ຽວ​ກັບ​ເຊື້ອ​ສາຍ​ທີ່​ສັນຍາ​ໄວ້?

ໝວດ 25

ຄຳ​ແນະນຳ​ເລື່ອງ​ຄວາມ​ເຊື່ອ ການ​ປະພຶດ ແລະ​ຄວາມ​ຮັກ

ຄລິດສະຕຽນ​ສາມາດ​ສະແດງ​ຄວາມ​ເຊື່ອ​ໄດ້​ໂດຍ​ວິທີ​ໃດ? ຄົນ​ເຮົາ​ຈະ​ສະແດງ​ວ່າ​ເຮົາ​ຮັກ​ພະເຈົ້າ​ຢ່າງ​ແທ້​ຈິງ​ໂດຍ​ວິທີ​ໃດ?

ໝວດ 26

ອຸທິຍານ​ໄດ້​ກັບ​ຄືນ​ມາ​ແລ້ວ!

ພະທຳ​ຄຳປາກົດ​ເຮັດ​ໃຫ້​ຂ່າວ​ສານ​ຂອງ​ພະ​ຄຳພີ​ໄບເບິນ​ຄົບ​ຖ້ວນ​ໂດຍ​ວິທີ​ໃດ?

ຂ່າວ​ສານ​ຂອງ​ຄຳພີ​ໄບເບິນ—ພາບ​ລວມ

ພະ​ເຢໂຫວາ​ໄດ້​ເປີດ​ເຜີຍ​ເທື່ອ​ລະ​ຂັ້ນ​ວ່າ​ພະ​ເຍຊູ​ຈະ​ເປັນ​ເມຊີ ເຊິ່ງ​ເປັນ​ຜູ້​ທີ່​ຈະ​ຟື້ນຟູ​ແຜ່ນດິນ​ໂລກ​ໃຫ້​ກາຍ​ເປັນ​ອຸທິຍານ​ຢ່າງ​ໃດ?

ເສັ້ນ​ສະແດງ​ເວລາ

ຂໍ​ໃຫ້​ເບິ່ງ​ເສັ້ນ​ສະແດງ​ເວລາ​ຂອງ​ເຫດການ​ຈາກ​ລະຫວ່າງ​ປີ 4026 ກ.ສ.ສ. ໄປ​ເຖິງ​ປີ 100 ສ.ສ