ຂ້າມໄປທີ່ເນື້ອໃນ

ຂ້ອຍ​ຈະ​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້​ແນວ​ໃດ?

ຂ້ອຍ​ຈະ​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້​ແນວ​ໃດ?

ບົດ​ທີ 35

ຂ້ອຍ​ຈະ​ເປັນ​ໝູ່​ກັບ​ພະເຈົ້າ​ໄດ້​ແນວ​ໃດ?

ຫຼັງ​ຈາກ​ທີ່​ເຈເຣມີ​ເຈິ​ເຫດການ​ທີ່​ເຮັດ​ໃຫ້​ທຸກ​ໃຈ ລາວ​ຮູ້ສຶກ​ວ່າ​ການເປັນໝູ່​ກັບ​ພະເຈົ້າ​ມີ​ຄ່າ​ຫຼາຍ. ລາວ​ເລົ່າ​ວ່າ “ຕອນ​ຂ້ອຍ​ອາຍຸ 12 ປີ ພໍ່​ຖິ້ມ​ຄອບຄົວ​ເຮົາ​ໄປ. ມີ​ຄືນ​ໜຶ່ງ​ຂ້ອຍ​ອ້ອນ​ວອນ​ຂໍ​ພະ​ເຢໂຫວາ​ບັງຄັບ​ໃຫ້​ພໍ່​ກັບ​ມາ.”

ເມື່ອ​ເຈເຣມີ​ຈົມ​ຢູ່​ໃນ​ຄວາມທຸກ ລາວ​ເລີ່ມ​ອ່ານ​ຄຳ​ພີ​ໄບເບິນ. ລາວ​ເປີດ​ໄປ​ເຈິ​ຄຳເພງ 10:14 ເຮັດ​ໃຫ້​ລາວ​ຕື້ນ​ຕັນ​ໃຈ​ຫຼາຍ. ຂໍ້​ນັ້ນ​ໃນ​ສະບັບ​ແປ​ໂລກ​ໃໝ່​ເວົ້າ​ເຖິງ​ພະ​ເຢໂຫວາ​ວ່າ: “ຄົນ​ທີ່​ຕົກ​ເປັນ​ເຫຍື່ອ​ກໍ​ຫັນ​ມາ​ເພິ່ງ​ພະອົງ ພະອົງ​ເປັນ​ຜູ້​ຊ່ວຍ​ເຫຼືອ​ລູກ​ກຳພ້າ​ພໍ່.” ເຈເຣມີ​ບອກ​ວ່າ: “ຂ້ອຍ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ກຳລັງ​ເວົ້າ​ກັບ​ຂ້ອຍ ເພິ່ນ​ບອກ​ຂ້ອຍ​ວ່າ​ຈະ​ຄອຍ​ຊ່ວຍ​ເຫຼືອ​ຂ້ອຍ ເພິ່ນ​ເປັນ​ພໍ່​ຂອງ​ຂ້ອຍ. ຂ້ອຍ​ຈະ​ຫາ​ພໍ່​ທີ່​ດີ​ກວ່າ​ນີ້​ໄດ້​ແນວ​ໃດ?”

ບໍ່​ວ່າ​ສະພາບການ​ຂອງ​ເຈົ້າ​ຈະ​ຄື​ກັບ​ເຈເຣມີ​ຫຼື​ບໍ່ ຄຳ​ພີ​ໄບເບິນ​ບອກ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ເປັນ​ໝູ່​ກັບ​ເຈົ້າ ໂດຍ​ບອກ​ວ່າ: “ໃຫ້​ເຂົ້າ​ໄປ​ໃກ້​ຊິດ​ກັບ​ພະເຈົ້າ ແລ້ວ​ພະອົງ​ຈະ​ເຂົ້າ​ມາ​ໃກ້​ຊິດ​ກັບ​ພວກ​ເຈົ້າ.” (ຢາໂກໂບ 4:8) ລອງ​ຄິດ​ເບິ່ງ​ວ່າ: ເຖິງ​ວ່າ​ເຈົ້າ​ຈະ​ເບິ່ງ​ບໍ່​ເຫັນ​ເພິ່ນ​ແລະ​ບໍ່​ມີ​ທາງ​ທຽບ​ກັບ​ເພິ່ນ​ໄດ້ ແຕ່​ພະ​ເຢໂຫວາ​ພະເຈົ້າ​ຍັງ​ເຊີນ​ເຈົ້າ​ໃຫ້​ເປັນ​ໝູ່​ກັບ​ເພິ່ນ!

ແຕ່​ການເປັນໝູ່​ກັບ​ພະ​ເຢໂຫວາ​ເຈົ້າ​ເອງ​ກໍ​ຕ້ອງ​ເຮັດ​ຫຍັງ​ບາງ​ຢ່າງ​ນຳ. ຕົວຢ່າງ​ເຊັ່ນ: ຖ້າ​ເຈົ້າ​ມີ​ຕົ້ນ​ໄມ້​ກະຖາງ​ໜຶ່ງ ມັນ​ຄື​ຊິ​ໃຫຍ່​ເອງ​ບໍ່​ໄດ້. ເຈົ້າ​ຕ້ອງ​ຮູ້​ວ່າ​ມັນ​ມັກ​ອາກາດ​ແບບ​ໃດ​ແລະ​ຕ້ອງ​ຄອຍ​ຫົດ​ນ້ຳ​ເປັນ​ປະຈຳ. ການເປັນໝູ່​ກັບ​ພະເຈົ້າ​ກໍ​ຄື​ກັນ. ເຈົ້າ​ຈະ​ເຮັດ​ໃຫ້​ມິດຕະພາບ​ນັ້ນ​ງອກ​ງາມ​ໄດ້​ແນວ​ໃດ?

ຕ້ອງ​ສຶກສາ​ສ່ວນ​ຕົວ

ຄົນ​ເຮົາ​ຈະ​ເປັນ​ໝູ່​ກັນ​ໄດ້​ຕ້ອງ​ມີ​ການເວົ້າລົມ​ກັນ. ໃນ​ການລົມ​ກັນ​ນັ້ນ​ຕ້ອງ​ມີ​ທັງ​ຝ່າຍ​ທີ່​ເວົ້າ​ແລະ​ຝ່າຍ​ທີ່​ຟັງ. ການເປັນໝູ່​ກັບ​ພະເຈົ້າ​ກໍ​ຄື​ກັນ ເມື່ອ​ເຮົາ​ອ່ານ​ແລະ​ສຶກສາ​ຄຳ​ພີ​ໄບເບິນ​ກໍ​ສ່ຳ​ກັບ​ເຮົາ​ກຳລັງ​ຟັງ​ພະເຈົ້າ​ເວົ້າ.—ຄຳເພງ 1:2, 3

ເຈົ້າ​ອາດ​ຈະ​ເປັນ​ຄົນ​ບໍ່​ມັກ​ອ່ານ​ໜັງສື. ໜຸ່ມ​ສາວ​ສ່ວນ​ຫຼາຍ​ມັກ​ເບິ່ງ​ໂທລະທັດ ຫຼິ້ນ​ເກມ ຫຼື​ໄປ​ທ່ຽວ​ກັບ​ໝູ່​ຄູ່. ແຕ່​ຖ້າ​ເຈົ້າ​ຢາກ​ເປັນ​ໝູ່​ກັບ​ພະເຈົ້າ ກໍ​ບໍ່​ມີ​ວິທີ​ອື່ນ. ເຈົ້າ​ຕ້ອງ​ຟັງ​ເພິ່ນ​ໂດຍ​ອ່ານ​ແລະ​ສຶກສາ​ຖ້ອຍຄຳ​ຂອງ​ເພິ່ນ.

ເຈົ້າ​ບໍ່​ມັກ​ອ່ານ​ບໍ່​ມັກ​ສຶກສາ​ແມ່ນ​ບໍ? ຄັນ​ຊັ້ນ ການສຶກສາ​ຄຳ​ພີ​ໄບເບິນ​ອາດ​ເບິ່ງ​ເປັນ​ເລື່ອງ​ໜ້າ​ເບື່ອ. ແຕ່​ຖ້າ​ພະຍາຍາມ​ຈັກ​ໜ້ອຍ​ໜຶ່ງ ເຈົ້າ​ຈະ​ມັກ​ເອງ. ສິ່ງ​ທຳ​ອິດ​ທີ່​ເຈົ້າ​ຕ້ອງ​ເຮັດ​ຄື​ຈັດ​ເວລາ. ໄລອິດສ໌​ບອກ​ວ່າ “ເມື່ອ​ຕື່ນ​ຂຶ້ນ​ມາ ຂ້ອຍ​ຈະ​ອ່ານ​ຄຳ​ພີ​ໄບເບິນ​ໜຶ່ງ​ບົດ​ທຸກ​ເຊົ້າ.” ມາເຣຍ ອາຍຸ 15 ປີ ຈັດ​ເວລາ​ອີກ​ແບບ​ໜຶ່ງ. ລາວ​ບອກ​ວ່າ “ຂ້ອຍ​ຈະ​ອ່ານ​ຄຳ​ພີ​ໄບເບິນ​ກ່ອນ​ນອນ​ທຸກ​ຄືນ.”

ຖ້າ​ເຈົ້າ​ບໍ່​ຮູ້​ຈະ​ເລີ່ມ​ສຶກສາ​ຄຳ​ພີ​ໄບເບິນ​ແນວ​ໃດ ໃຫ້​ເບິ່ງ​ຢູ່​ ໜ້າ 292. ເຈົ້າ​ຄິດ​ວ່າ​ຈະ​ໃຊ້​ເວລາ​ຊ່ວງ​ໃດ​ສຶກສາ​ຄຳ​ພີ​ໄບເບິນ​ຈັກ 30 ນາທີ?

․․․․․

ການຈັດເວລາ​ເປັນ​ພຽງ​ການເລີ່ມ​ຕົ້ນ. ເມື່ອ​ເຈົ້າ​ເລີ່ມ​ສຶກສາ​ແທ້ໆເຈົ້າ​ກໍ​ຈະ​ເຫັນ​ວ່າ​ການອ່ານ​ຄຳ​ພີ​ໄບເບິນ​ບໍ່​ງ່າຍ​ເລີຍ. ເຈົ້າ​ຄື​ຊິ​ເຫັນ​ດີ​ກັບ​ເຈດຊ໌ຣຽວ ອາຍຸ 11 ປີ​ທີ່​ເວົ້າ​ກົງ​ໄປ​ກົງ​ມາ​ວ່າ “ຄຳ​ພີ​ໄບເບິນ​ບາງ​ຕອນ​ອ່ານ​ຍາກ​ບໍ່​ມ່ວນ​ເລີຍ.” ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນັ້ນ ຢ່າ​ຟ້າວ​ທໍ້​ໃຈ. ພະຍາຍາມ​ຄິດ​ວ່າ​ການອ່ານ​ຄຳ​ພີ​ໄບເບິນ​ເປັນ​ການຟັງ​ພະ​ເຢໂຫວາ​ພະເຈົ້າ​ໝູ່​ຂອງ​ເຈົ້າ. ແລ້ວ​ການອ່ານ​ຄຳ​ພີ​ໄບເບິນ​ກໍ​ຈະ​ກາຍ​ເປັນ​ເລື່ອງ​ມ່ວນ!

ຕ້ອງ​ອະທິດຖານ

ການອະທິດຖານ​ເປັນ​ການລົມ​ກັບ​ພະເຈົ້າ. ລອງ​ຄິດ​ເບິ່ງ​ແມ້ ນັ້ນ​ເປັນ​ຂອງຂວັນ​ທີ່​ວິເສດ​ສ່ຳ​ໃດ! ເຈົ້າ​ຈະ​ລົມ​ກັບ​ພະເຈົ້າ​ຕອນ​ໃດ​ກໍ​ໄດ້ ບໍ່​ວ່າ​ຈະ​ເປັນ​ຕອນ​ກາງເວັນ​ຫຼື​ກາງຄືນ. ເພິ່ນ​ພ້ອມ​ຈະ​ຟັງ​ເຈົ້າ​ສະເໝີ. ຫຼາຍ​ກວ່າ​ນັ້ນ ເພິ່ນ​ຢາກ​ຟັງ​ເຈົ້າ. ຍ້ອນ​ແນວ​ນີ້ ຄຳ​ພີ​ໄບເບິນ​ຈຶ່ງ​ເຊີນ​ຊວນ​ເຈົ້າ​ວ່າ: “ໃຫ້​ຂໍ​ທຸກ​ສິ່ງ​ຈາກ​ພະເຈົ້າ​ດ້ວຍ​ການອະທິດຖານ​ແລະ​ການອ້ອນວອນ ແລະ​ໃຫ້​ຂອບໃຈ​ພະອົງ​ນຳ.”—ຟີລິບປອຍ 4:6

ຕາມ​ທີ່​ຄຳ​ພີ​ໄບເບິນ​ຂໍ້​ນີ້​ບອກ ມີ​ຫຼາຍ​ສິ່ງ​ທີ່​ເຈົ້າ​ລົມ​ກັບ​ພະ​ເຢໂຫວາ​ໄດ້ ບໍ່​ວ່າ​ຈະ​ເປັນ​ບັນຫາ​ທີ່​ເກີດຂຶ້ນ​ຫຼື​ເລື່ອງ​ທີ່​ເຈົ້າ​ກັງວົນ. ແລະ​ເມື່ອ​ຄິດ​ເຖິງ​ສິ່ງ​ດີໆເຈົ້າ​ຄື​ຊິ​ຢາກ​ຂອບໃຈ​ພະເຈົ້າ. ຖ້າ​ໝູ່​ເຮັດ​ແນວ​ດີໆໃຫ້ ເຈົ້າ​ຄື​ຊິ​ຢາກ​ຂອບໃຈ​ລາວ​ແມ່ນ​ບໍ? ຄ້າຍ​ຄື​ກັນ ເຈົ້າ​ຄວນ​ຂອບໃຈ​ພະ​ເຢໂຫວາ​ຍ້ອນ​ເພິ່ນ​ໃຫ້​ແນວ​ດີໆກັບ​ເຈົ້າ​ຫຼາຍ​ຢ່າງ​ເກີນ​ກວ່າ​ທີ່​ໝູ່​ຄົນ​ໃດ​ຈະ​ໃຫ້​ໄດ້.—ຄຳເພງ 106:1

ມີ​ຫຍັງ​ແດ່​ທີ່​ເຈົ້າ​ຢາກ​ຂອບໃຈ​ພະ​ເຢໂຫວາ?

․․․․․

ບາງເທື່ອ​ເຈົ້າ​ຄື​ຊິ​ຮູ້ສຶກ​ຢ້ານ​ແລະ​ກັງວົນ. ຄຳເພງ 55:22 (ສະບັບ​ແປ​ໂລກ​ໃໝ່) ບອກ​ວ່າ: “ມອບ​ພາລະ​ຂອງ​ເຈົ້າ​ໄວ້​ກັບ​ພະ​ເຢໂຫວາ​ເຖີ້ນ ແລ້ວ​ເພິ່ນ​ຈະ​ຊ່ວຍ​ເຈົ້າ. ເພິ່ນ​ຈະ​ບໍ່​ມີ​ວັນ​ຍອມ​ໃຫ້​ຄົນ​ດີ​ລົ້ມ​ລົງ.”

ມີ​ເລື່ອງ​ຫຍັງ​ແດ່​ທີ່​ເຈົ້າ​ກັງວົນ​ແລະ​ຢາກ​ບອກ​ເພິ່ນ?

․․․․․

ປະສົບການ​ສ່ວນ​ຕົວ

ການເປັນໝູ່​ກັບ​ພະເຈົ້າ​ຍັງ​ມີ​ອີກ​ແງ່​ມຸມ​ໜຶ່ງ​ທີ່​ບໍ່​ຄວນ​ເບິ່ງ​ຂ້າມ. ດາວິດ​ຜູ້​ຂຽນ​ຄຳເພງ​ຂຽນ​ວ່າ: “ລອງ​ຊີມ​ເບິ່ງ ແລ້ວ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ດີ​ສ່ຳ​ໃດ.” (ຄຳເພງ 34:8, ລ.ມ.) ຕອນ​ທີ່​ດາວິດ​ຂຽນ​ຄຳເພງ​ບົດ 34 ລາວ​ຫາ​ກໍ​ຜ່ານ​ເຫດການ​ທີ່​ເປັນ​ຕາ​ຢ້ານ​ມາ. ນອກ​ຈາກ​ຈະ​ຖືກ​ກະສັດ​ຊາອູນ​ໄລ່​ຂ້າ​ແລ້ວ ລາວ​ຍັງ​ຕ້ອງ​ໜີ​ໄປ​ລີ້​ໃນ​ເມືອງ​ຂອງ​ສັດຕູ​ຄື​ຄົນ​ຟີລິດສະຕິນ. ຕອນ​ນັ້ນ​ລາວ​ຕ້ອງ​ປະເຊີນ​ໜ້າ​ກັບ​ຄວາມ​ຕາຍ​ຈຶ່ງ​ທຳ​ທ່າ​ເປັນ​ບ້າ​ເພື່ອ​ເອົາ​ໂຕ​ລອດ.—1 ຊາເມືອນ 21:10-15

ຫຼັງ​ຈາກ​ດາວິດ​ລອດ​ຕາຍ​ມາ​ໄດ້ ລາວ​ບໍ່​ໄດ້​ຄິດ​ວ່າ​ໂຕ​ເອງ​ສະຫຼາດ ແຕ່​ບອກ​ວ່າ​ຍ້ອນ​ພະ​ເຢໂຫວາ​ຊ່ວຍ​ລາວ. ລາວ​ບອກ​ໄວ້​ໃນ​ຄຳເພງ​ວ່າ: “ເມື່ອ​ຂ້ອຍ​ຖາມ​ພະ​ເຢໂຫວາ ເພິ່ນ​ກໍ​ຕອບ ເພິ່ນ​ຊ່ວຍ​ຂ້ອຍ​ບໍ່​ໃຫ້​ຢ້ານ​ຫຍັງ​ອີກ​ແລ້ວ.” (ຄຳເພງ 34:4, ລ.ມ.) ເມື່ອ​ດາວິດ​ປະສົບ​ດ້ວຍ​ໂຕ​ເອງ ລາວ​ຈຶ່ງ​ເຊີນ​ຊວນ​ຄົນ​ອື່ນ​ໃຫ້ “ລອງ​ຊີມ​ເບິ່ງ ແລ້ວ​ຈະ​ຮູ້​ວ່າ​ພະ​ເຢໂຫວາ​ດີ​ສ່ຳ​ໃດ.” *

ເຈົ້າ​ເຫັນ​ຫຼັກ​ຖານ​ຫຍັງ​ບໍ​ທີ່​ສະແດງ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ເອົາໃຈໃສ່​ເຈົ້າ? ໃຫ້​ຂຽນ​ລົງ​ໄປ. ບໍ່​ຕ້ອງ​ເປັນ​ປະສົບການ​ທີ່​ໜ້າ​ຕື່ນ​ເຕັ້ນ​ຫຼາຍ​ກໍ​ໄດ້. ລອງ​ຄິດ​ເຖິງ​ສິ່ງ​ດີໆທີ່​ເຈົ້າ​ໄດ້​ຮັບ​ໃນ​ແຕ່​ລະ​ມື້ ບາງເທື່ອ​ເຈົ້າ​ອາດ​ຈະ​ເບິ່ງ​ຂ້າມ​ໄປ.

․․․․․

ພໍ່​ແມ່​ຄື​ຊິ​ສອນ​ຄວາມ​ຈິງ​ໃນ​ຄຳ​ພີ​ໄບເບິນ​ໃຫ້​ເຈົ້າ. ແຕ່​ເຈົ້າ​ຕ້ອງ​ສ້າງ​ສາຍ​ສຳພັນ​ກັບ​ພະເຈົ້າ​ດ້ວຍ​ໂຕ​ເອງ. ຖ້າ​ຍັງ​ບໍ່​ໄດ້​ເຮັດ ຄຳ​ແນະນຳ​ໃນ​ບົດ​ນີ້​ຈະ​ຊ່ວຍ​ເຈົ້າ​ໄດ້. ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ສຳເລັດ. ຄຳ​ພີ​ໄບເບິນ​ບອກ​ວ່າ: “ຂໍ​ຕໍ່​ໄປ​ເລື້ອຍໆແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ ຊອກ​ຫາ​ຕໍ່​ໄປ​ເລື້ອຍໆແລ້ວ​ພວກ​ເຈົ້າ​ຈະ​ພົບ.”—ມັດທາຍ 7:7

ເຊີນ​ອ່ານ​ເລື່ອງ​ນີ້​ເພີ່ມ​ເຕີມ​ໄດ້​ໃນ​ເຫຼັ້ມທີ 1 ບົດທີ 38 ແລະ 39

ໃນ​ບົດ​ຕໍ່​ໄປ

ເຈົ້າ​ຄິດ​ວ່າ​ການລົມ​ກັບ​ຄົນ​ອື່ນ​ເລື່ອງ​ພະເຈົ້າ​ເປັນ​ເລື່ອງ​ຍາກ​ບໍ? ເຈົ້າ​ຈະ​ປົກປ້ອງ​ຄວາມ​ເຊື່ອ​ຂອງ​ເຈົ້າ​ໄດ້​ແນວ​ໃດ?

[ຂໍ້​ຄວາມ​ໄຂ​ເງື່ອນ]

^ ຂໍ້ 24 ຄຳ​ພີ​ໄບເບິນ​ບາງ​ສະບັບ​ແປ​ວະລີ “ຊີມ​ເບິ່ງ​ແລ້ວ​ຈະ​ຮູ້” ໄວ້​ວ່າ “ຄົ້ນ​ພົບ​ດ້ວຍ​ໂຕ​ເອງ” “ຊອກ​ຫາ​ດ້ວຍ​ໂຕ​ເອງ” ແລະ “ຮູ້​ຈາກ​ປະສົບການ.”—ສະບັບ​ຄອນເທມໂພຣາຣີ​ອິງລິດຊ໌ ສະບັບ​ທູເດສ໌​ອິງລິດຊ໌ ແລະ​ສະບັບ​ເດິ​ໄບເບິນ​ອິນ​ເບສິກ​ອິງລິດຊ໌

ຂໍ້​ພະ​ຄຳພີ​ຫຼັກ

“ຄົນ​ທີ່​ຮູ້​ຕົວ​ວ່າ​ຈຳເປັນ​ຕ້ອງ​ເພິ່ງ​ພະເຈົ້າ​ກໍ​ມີ​ຄວາມສຸກ.”—ມັດທາຍ 5:3

ຄຳ​ແນະນຳ

ໃຫ້​ອ່ານ​ຄຳ​ພີ​ໄບເບິນ​ມື້​ລະ​ຫ້າ​ເຖິງ​ຫົກ​ໜ້າ ແລ້ວ​ເຈົ້າ​ຈະ​ອ່ານ​ຈົບ​ຫົວ​ພາຍ​ໃນ 1 ປີ.

ເຈົ້າ​ຮູ້​ບໍ . . . ?

ການ​ທີ່​ເຈົ້າ​ໄດ້​ອ່ານ​ປຶ້ມ​ຫົວ​ນີ້​ແລະ​ເອົາ​ຄຳ​ແນະນຳ​ໄປ​ໃຊ້​ສະແດງ​ວ່າ​ພະ​ເຢໂຫວາ​ສົນ​ໃຈ​ເຈົ້າ​ແທ້ໆ.—ໂຢຮັນ 6:44

ແຜນ​ພາກ​ປະຕິບັດ!

ເພື່ອ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ຂຶ້ນ​ຈາກ​ການສຶກສາ​ສ່ວນ​ຕົວ ຂ້ອຍ​ຈະ ․․․․․

ເພື່ອ​ຈະ​ອະທິດຖານ​ໃຫ້​ເປັນ​ປະຈຳ​ຫຼາຍ​ຂຶ້ນ ຂ້ອຍ​ຈະ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່​ແມ່​ກ່ຽວ​ກັບ​ເລື່ອງ​ນີ້​ຄື ․․․․․

ເຈົ້າ​ຄິດ​ວ່າ​ແນວ​ໃດ?

● ເຈົ້າ​ຈະ​ເຮັດ​ໃຫ້​ການສຶກສາ​ຄຳ​ພີ​ໄບເບິນ​ມ່ວນ​ຂຶ້ນ​ໄດ້​ແນວ​ໃດ?

● ເປັນ​ຫຍັງ​ພະ​ເຢໂຫວາ​ຢາກ​ຟັງ​ຄຳ​ອະທິດຖານ​ຂອງ​ມະນຸດ​ທີ່​ບໍ່​ສົມບູນ​ແບບ?

● ເຈົ້າ​ຈະ​ປັບ​ປຸງ​ຄຳ​ອະທິດຖານ​ຂອງ​ເຈົ້າ​ໄດ້​ແນວ​ໃດ?

[ຈຸດ​ເດັ່ນ​ໜ້າ 291]

“ຕອນ​ເປັນ​ເດັກ​ນ້ອຍ ຂ້ອຍ​ຈະ​ອະທິດຖານ​ຊ້ຳໆແບບ​ເກົ່າ. ແຕ່​ຕອນ​ນີ້​ຂ້ອຍ​ຈະ​ເວົ້າ​ທັງ​ເລື່ອງ​ທີ່​ດີ​ແລະ​ບໍ່​ດີ​ທີ່​ເກີດຂຶ້ນ​ໃນ​ແຕ່​ລະ​ມື້ ບໍ່​ໄດ້​ເວົ້າ​ຄື​ກັນ​ທຸກ​ມື້​ຍ້ອນ​ເປັນ​ໄປ​ບໍ່​ໄດ້​ທີ່​ທຸກ​ມື້​ຈະ​ຄື​ກັນ.”—ອີບຟ໌

[ຂອບ/ຮູບ​ພາບ​ໜ້າ 292]

 ວິທີ​ຄົ້ນ​ຄວ້າ​ຄຳ​ພີ​ໄບເບິນ

1. ເລືອກ​ຈັກ​ເລື່ອງ​ໜຶ່ງ​ໃນ​ຄຳ​ພີ​ໄບເບິນ​ທີ່​ເຈົ້າ​ຢາກ​ອ່ານ. ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ເຂົ້າ​ໃຈ​ເລື່ອງ​ນັ້ນ.

2. ອ່ານ​ໄປ​ນຶກ​ພາບ​ໄປ. ບໍ່​ຕ້ອງ​ຟ້າວ. ຂະນະ​ທີ່​ອ່ານ​ໃຫ້​ນຶກ​ພາບ​ໄປ​ນຳ. ໃຫ້​ໃຊ້​ປະສາດ​ສຳຜັດ​ຕ່າງໆເຊັ່ນ: ໄດ້​ຍິນ​ສຽງ​ຄົນ​ເວົ້າ ຮັບ​ຮູ້​ລົດ​ຊາດ​ຂອງ​ອາຫານ ໄດ້​ກິ່ນ​ແລະ​ເຫັນ​ພາບ​ເຫດການ​ທີ່​ເກີດຂຶ້ນ. ໃຫ້​ເຮັດ​ຄື​ກັບ​ວ່າ​ເຈົ້າ​ຢູ່​ໃນ​ເຫດການ​ນັ້ນ​ແທ້ໆ!

3. ຄິດ​ເຖິງ​ເລື່ອງ​ທີ່​ຫາກໍ​ອ່ານ. ລອງ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

● ເປັນ​ຫຍັງ​ພະ​ເຢໂຫວາ​ໃຫ້​ບັນທຶກ​ເລື່ອງ​ນີ້​ໄວ້​ໃນ​ຄຳ​ພີ​ໄບເບິນ?

● ຕົວຢ່າງ​ໃດ​ທີ່​ໜ້າ​ຮຽນ​ແບບ ແລະ​ຕົວຢ່າງ​ໃດ​ທີ່​ຄວນ​ຫຼີກ​ລ່ຽງ?

● ມີ​ບົດ​ຮຽນ​ຫຍັງ​ແດ່​ທີ່​ຂ້ອຍ​ຈະ​ເອົາ​ໄປ​ໃຊ້​ໄດ້?

● ຂ້ອຍ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ເຫດຜົນ​ທີ່​ເພິ່ນ​ເຮັດ​ແບບ​ນັ້ນ?

4. ອະທິດຖານ​ເຖິງ​ພະ​ເຢໂຫວາ​ສັ້ນໆ. ບອກ​ເພິ່ນ​ວ່າ​ເຈົ້າ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເລື່ອງ​ທີ່​ອ່ານ​ແລະ​ຈະ​ເອົາ​ໄປ​ໃຊ້​ແນວ​ໃດ. ໃຫ້​ຂອບໃຈ​ພະ​ເຢໂຫວາ​ສະເໝີ​ສຳລັບ​ຄຳ​ພີ​ໄບເບິນ​ຖ້ອຍຄຳ​ຂອງ​ເພິ່ນ​ເຊິ່ງ​ເປັນ​ຂອງຂວັນ​ທີ່​ລ້ຳ​ຄ່າ!

[ຮູບ​ພາບ]

“ຄຳ​ຂອງ​ພະອົງ​ເປັນ​ຕະກຽງ​ສ່ອງ​ທາງ​ໃຫ້​ຂ້ອຍ​ກ້າວ​ຍ່າງ​ຕໍ່​ໄປ ແລະ​ເປັນ​ແສງ​ສະຫວ່າງ​ຕາມ​ທາງ​ຂອງ​ຂ້ອຍ.”—ຄຳເພງ 119:105, ລ.ມ.

[ຂອບ/ຮູບ​ພາບ​ໜ້າ 294]

ສິ່ງ​ສຳຄັນ​ຕ້ອງ​ມາ​ກ່ອນ

ເຈົ້າ​ບໍ່​ມີ​ເວລາ​ອະທິດຖານ​ຫຼື​ສຶກສາ​ຄຳ​ພີ​ໄບເບິນ​ບໍ? ສ່ວນ​ຫຼາຍ​ຂຶ້ນ​ຢູ່​ກັບ​ວ່າ​ເຈົ້າ​ຈະ​ໃຫ້​ຄວາມ​ສຳຄັນ​ກັບ​ຫຍັງ.

ລອງ​ເຮັດ​ແບບ​ນີ້: ໃຫ້​ເອົາ​ຄຸ​ໜ່ວຍ​ໜຶ່ງ​ແລ້ວ​ໃສ່​ຫີນ​ກ້ອນ​ໃຫຍ່ໆລົງ​ໄປ. ຈາກ​ນັ້ນ ຖອກ​ຊາຍ​ໃສ່​ໃຫ້​ເຕັມ​ຄຸ. ຕອນ​ນີ້​ໃນ​ຄຸ​ກໍ​ຈະ​ມີ​ທັງ​ຫີນ​ແລະ​ຊາຍ.

ຕອນ​ນີ້​ໃຫ້​ຖອກ​ຫີນ​ແລະ​ຊາຍ​ອອກ​ມາ​ຈາກ​ຄຸ​ໃຫ້​ໝົດ. ເທື່ອ​ນີ້​ເຮັດ​ປີ້ນ​ກັນ ໃຫ້​ໃສ່​ຊາຍ​ລົງ​ໄປ​ກ່ອນ ແລ້ວ​ຈຶ່ງ​ໃສ່​ຫີນ​ລົງ​ໄປ. ໃສ່​ຫີນ​ບໍ່​ໝົດ​ແມ່ນ​ບໍ? ນັ້ນ​ເປັນ​ຍ້ອນ​ເຈົ້າ​ໃສ່​ຊາຍ​ລົງ​ໄປ​ກ່ອນ.

ບົດ​ຮຽນ​ແມ່ນ​ຫຍັງ? ຄຳ​ພີ​ໄບເບິນ​ບອກ​ວ່າ: “ເບິ່ງ​ໃຫ້​ອອກ​ວ່າ​ສິ່ງ​ໃດ​ສຳຄັນ​ກວ່າ.” (ຟີລິບປອຍ 1:10) ຖ້າ​ເຈົ້າ​ເຮັດ​ສິ່ງ​ທີ່​ບໍ່​ສຳຄັນ​ກ່ອນ ເຊັ່ນ ການພັກຜ່ອນ​ຢ່ອນ​ໃຈ ເຈົ້າ​ຈະ​ບໍ່​ມີ​ເວລາ​ພໍ​ສຳລັບ​ສິ່ງ​ທີ່​ສຳຄັນ​ໃນ​ຊີວິດ​ຄື​ກິດຈະກຳ​ຄລິດສະຕຽນ. ແຕ່​ຖ້າ​ເຈົ້າ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳ​ພີ​ໄບເບິນ ເຈົ້າ​ຈະ​ມີ​ເວລາ​ສຳລັບ​ທັງ​ສອງ​ສິ່ງ​ຄື​ຮັບໃຊ້​ພະເຈົ້າ​ແລະ​ມີການພັກຜ່ອນ​ຢ່ອນ​ໃຈ​ແບບ​ເໝາະ​ສົມ. ນີ້​ຂຶ້ນ​ຢູ່​ກັບ​ວ່າ​ເຈົ້າ​ຈະ​ເຮັດ​ຫຍັງ​ກ່ອນ!

[ຮູບ​ພາບ​ໜ້າ 290]

ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ພະເຈົ້າ​ກໍ​ຄື​ກັບ​ຕົ້ນ​ໄມ້ ຕ້ອງ​ຄອຍ​ເບິ່ງ​ແຍງ​ຈຶ່ງ​ຈະ​ເຕີບ​ໃຫຍ່