ຂ້າມໄປທີ່ເນື້ອໃນ

ຄວາມ​ທຸກ​ລຳບາກ​ຈະ​ມີ​ມື້​ໝົດ​ໄປ​ບໍ?

ຄວາມ​ທຸກ​ລຳບາກ​ຈະ​ມີ​ມື້​ໝົດ​ໄປ​ບໍ?

ທ່ານ​ອາດ​ຈະ​ຕອບ​ວ່າ . . .

  • ຈະ​ໝົດ

  • ຈະ​ບໍ່​ໝົດ

  • ບໍ່​ຮູ້

ຄຳພີ​ໄບເບິນ​ກ່າວ​ວ່າ

“ພະເຈົ້າ . . . ຈະ​ເຊັດ​ນ້ຳ​ຕາ​ທັງ​ຫຼາຍ​ຈາກ​ຕາ​ຂອງ​ເຂົາ ແລະ​ຄວາມ​ຕາຍ​ຈະ​ບໍ່​ມີ​ຕໍ່​ໄປ ແລະ​ຄວາມ​ທຸກ​ໂສກ ແລະ​ຮ້ອງໄຫ້ ແລະ​ເຈັບ​ປວດ​ຈະ​ບໍ່​ມີ​ຕໍ່​ໄປ.”—ຄຳປາກົດ 21:3, 4

ເຮົາ​ຈະ​ໄດ້​ຫຍັງ?

ຈະ​ໝັ້ນ​ໃຈ​ໄດ້​ວ່າ​ບັນຫາ​ຕ່າງໆໃນ​ໂລກ​ນີ້​ບໍ່​ເປັນ​ຍ້ອນ​ພະເຈົ້າ.—ຢາໂກໂບ 1:13

ຈະ​ມີ​ຄວາມ​ສະບາຍ​ໃຈ​ທີ່​ຮູ້​ວ່າ​ພະເຈົ້າ​ຮູ້ສຶກ​ແນວ​ໃດ​ເມື່ອ​ເຮົາ​ປະສົບ​ຄວາມ​ທຸກ​ລຳບາກ.—ຊາກາລີ 2:8

ຈະ​ມີ​ຄວາມ​ຫວັງ​ວ່າ​ຄວາມ​ທຸກ​ລຳບາກ​ທັງ​ສິ້ນ​ຈະໝົດ​ໄປ.—ຄຳເພງ 37:9-11

ເຮົາ​ຈະ​ເຊື່ອ​ໄດ້​ແທ້ໆ​ບໍ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ກ່າວ​ໄວ້?

ເຊື່ອ​ໄດ້​ແທ້ ຢ່າງ​ໜ້ອຍ​ມີ​ເຫດຜົນ​ສອງ​ຢ່າງ:

  • ພະເຈົ້າ​ກຽດ​ຊັງ​ຄວາມ​ທຸກ​ລຳບາກ​ແລະ​ຄວາມ​ບໍ່​ຍຸຕິທຳ. ໃຫ້​ເຮົາ​ພິຈາລະນາ​ເບິ່ງ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ປະຊາຊົນ​ຂອງ​ພະອົງ​ຖືກ​ຂົ່ມເຫງ​ຢ່າງ​ໂຫດ​ຮ້າຍ​ໃນ​ສະໄໝ​ທີ່​ມີ​ການ​ບັນທຶກ​ຄຳພີ​ໄບເບິນ. ຄຳພີ​ໄບເບິນ​ກ່າວ​ວ່າ​ພະອົງ​ເປັນ​ທຸກ​ຍ້ອນ “ຄົນ​ທັງ​ຫຼາຍ​ທີ່​ໄດ້​ບຽດບຽນ​ແລະ​ໄດ້​ຢຽບ​ຍ່ຳ” ປະຊາຊົນ​ຂອງ​ພະອົງ.—ຜູ້ຕັດສິນ 2:18

    ພະເຈົ້າ​ເຄືອງ​ໃຈ​ຫຼາຍ​ຕໍ່​ຜູ້​ທີ່​ທຳ​ຮ້າຍ​ຄົນ​ອື່ນ. ຕົວຢ່າງ​ເຊັ່ນ ຄຳພີ​ໄບເບິນ​ບອກ​ວ່າ​ພະອົງ​ກຽດ​ຊັງ “ມື​ທີ່​ໃຫ້​ເລືອດ​ບໍ່​ຜິດ​ໄຫຼ​ອອກ.”—ສຸພາສິດ 6:16, 17

  • ພະເຈົ້າ​ຫ່ວງໃຍ​ພວກ​ເຮົາ​ແຕ່​ລະ​ຄົນ. ເຮົາ​ແຕ່​ລະ​ຄົນ​ຮູ້ສຶກ​ໄດ້​ເຖິງ “ໂລຄາ​ໄພ​ແລະ . . . ຄວາມ​ເຈັບ” ແລະ​ພະ​ເຢໂຫວາ​ກໍ​ຮູ້ສຶກ​ໄດ້​ຄື​ກັນ!2 ຂ່າວຄາວ 6:29, 30

ອີກ​ບໍ່​ດົນ ໂດຍ​ທາງ​ລາຊະອານາຈັກ ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄວາມ​ທຸກ​ລຳບາກ​ຂອງ​ທຸກໆຄົນ​ໝົດ​ໄປ. (ມັດທາຍ 6:9, 10) ແຕ່​ກ່ອນ​ຈະ​ເຖິງ​ເວລາ​ນັ້ນ ພະອົງ​ໄດ້​ໃຫ້​ການ​ຊູ​ໃຈ​ຄົນ​ເຫຼົ່າ​ນັ້ນ​ທີ່​ຈິງ​ໃຈ​ແລະ​ສະແຫວງ​ຫາ​ພະອົງ.—ກິດຈະການ 17:27; 2 ໂກລິນໂທ 1:3, 4

ສິ່ງ​ທີ່​ຄວນ​ຄິດ​ເຖິງ

ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ຍອມ​ໃຫ້​ມີ​ຄວາມ​ທຸກ​ລຳບາກ?

ຄຳພີ​ໄບເບິນ​ມີ​ຄຳ​ຕອບ​ໃນພະທຳ​ໂລມ 5:12 ແລະ 2 ເປໂຕ 3:9