ຂ່າວດີທີ່ຂຽນໂດຍລູກາ 22:1-71

  • ພວກ​ປະໂລຫິດ​ວາງ​ແຜນ​ຂ້າ​ພະ​ເຢຊູ (1-6)

  • ກຽມ​ປັດສະຄາ​ເທື່ອ​ສຸດທ້າຍ (7-13)

  • ກິນ​ອາຫານ​ແລງ​ຂອງ​ພະຄລິດ​ເທື່ອ​ທຳອິດ (14-20)

  • “ຄົນ​ທີ່​ທໍລະຍົດ​ຂ້ອຍ​ກໍ​ນັ່ງ​ຢູ່​ໂຕະ​ດຽວ​ກັບ​ຂ້ອຍ” (21-23)

  • ຖຽງ​ກັນ​ວ່າ​ໃຜ​ຊິ​ເປັນ​ໃຫຍ່​ທີ່​ສຸດ (24-27)

  • ພະ​ເຢຊູ​ເຮັດ​ສັນຍາ​ເລື່ອງ​ການ​ປົກຄອງ (28-30)

  • ພະ​ເຢຊູ​ບອກ​ວ່າ​ເປໂຕ​ຈະ​ປະຕິເສດ​ເພິ່ນ (31-34)

  • ຕ້ອງ​ກຽມ​ພ້ອມ; ມີ​ດາບ 2 ດວງ (35-38)

  • ພະ​ເຢຊູ​ອະທິດຖານ​ເທິງ​ພູ​ໝາກກອກ (39-46)

  • ພະ​ເຢຊູ​ຖືກ​ຈັບ (47-53)

  • ເປໂຕ​ປະຕິເສດ​ພະ​ເຢຊູ (54-62)

  • ພະ​ເຢຊູ​ຖືກ​ເຍາະເຍີ້ຍ (63-65)

  • ພິຈາລະນາ​ຄະດີ​ໃນ​ສານ​ຊັນເຮດຣິນ (66-71)

22  ຕອນນັ້ນ​ໃກ້​ຈະ​ຮອດ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ທີ່​ເອີ້ນ​ວ່າ​ເທດສະການ​ປັດສະຄາ.+  ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ຄູ​ສອນ​ສາສະໜາ​ຢ້ານ​ປະຊາຊົນ+ ເຂົາເຈົ້າ​ຈຶ່ງ​ວາງ​ແຜນ​ຈະ​ກຳຈັດ​ພະ​ເຢຊູ​ຢ່າງ​ແນບນຽນ​ເພື່ອ​ບໍ່​ໃຫ້​ປະຊາຊົນ​ໃຈ​ຮ້າຍ.+  ຊາຕານ​ໄດ້​ດົນໃຈ​ຢູດາ​ທີ່​ຄົນ​ເອີ້ນ​ວ່າ​ອິສະກາຣີອົດ​ທີ່​ເປັນ​ຜູ້​ໜຶ່ງ​ໃນ​ອັກຄະ​ສາວົກ* 12 ຄົນ.+  ຢູດາ​ຈຶ່ງ​ໄປ​ຫາ​ແລະ​ເວົ້າ​ກັບ​ພວກ​ຫົວໜ້າ​ປະໂລຫິດ​ແລະ​ພວກ​ຫົວໜ້າ​ເຈົ້າ​ໜ້າທີ່​ເບິ່ງແຍງ​ວິຫານວ່າ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ຈັບ​ພະ​ເຢຊູ​ໄດ້​ແນວ​ໃດ.+  ພວກ​ນັ້ນ​ດີໃຈ​ຫຼາຍ​ແລະ​ຕົກ​ລົງ​ກັນ​ວ່າ​ຈະ​ເອົາ​ເງິນ​ໃຫ້​ລາວ.+  ຢູດາ​ກໍ​ຕົກ​ລົງ​ແລະ​ເລີ່ມ​ຊອກ​ຫາ​ໂອກາດ​ທີ່​ເໝາະ​ເພື່ອ​ຈະ​ທໍລະຍົດ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ບໍ່​ຢູ່​ນຳ​ຄົນ​ຫຼາຍ​ໆ​.  ໃນ​ມື້​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ທີ່​ຈະ​ຕ້ອງ​ຂ້າ​ສັດ​ສຳລັບ​ປັດສະຄາ+  ພະ​ເຢຊູ​ສັ່ງ​ເປໂຕ​ກັບ​ໂຢຮັນ​ວ່າ: “ໄປ​ກຽມ​ຂອງກິນ​ສຳລັບ​ປັດສະຄາ​ໃຫ້​ພວກ​ເຮົາ​ແດ່.”+  ເຂົາເຈົ້າ​ຖາມ​ວ່າ: “ທ່ານ​ຢາກ​ໃຫ້​ພວກ​ເຮົາ​ກຽມ​ໄວ້​ຢູ່​ໃສ?” 10  ພະ​ເຢຊູ​ຈຶ່ງ​ບອກ 2 ຄົນ​ນັ້ນ​ວ່າ: “ຕອນ​ທີ່​ພວກ​ເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ຈະ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ແບກ​ໄຫ​ດິນ​ເຜົາ​ສຳລັບ​ໃສ່​ນ້ຳ​ມາ​ຫາ​ພວກ​ເຈົ້າ. ລາວເຂົ້າ​ໄປ​ໃນ​ເຮືອນ​ຫຼັງ​ໃດ​ກໍ​ໃຫ້​ໄປ​ນຳ​ລາວ.+ 11  ໃຫ້​ບອກ​ເຈົ້າ​ຂອງ​ເຮືອນ​ວ່າ ‘ອາຈານ​ໃຫ້​ມາ​ຖາມ​ວ່າ “ຫ້ອງ​ຮັບ​ແຂກ​ທີ່​ຂ້ອຍ​ຈະ​ກິນ​ປັດສະຄາ​ກັບ​ພວກ​ລູກສິດ​ຢູ່​ໃສ?”’ 12  ລາວ​ຈະ​ພາ​ພວກ​ເຈົ້າ​ໄປ​ເບິ່ງ​ຫ້ອງ​ໃຫຍ່​ທີ່​ຢູ່​ຊັ້ນ​ເທິງ​ທີ່​ຕົກແຕ່ງໄວ້​ແລ້ວ. ໃຫ້​ກຽມ​ການ​ສະຫຼອງ​ໄວ້​ຢູ່​ຫັ້ນ.” 13  ລູກສິດ 2 ຄົນ​ນັ້ນ​ກໍ​ໄປ ແລະ​ເຫັນ​ເຫດການ​ທຸກ​ຢ່າງ​ຕາມ​ທີ່​ພະ​ເຢຊູ​ບອກ ເຂົາເຈົ້າ​ຈຶ່ງ​ກຽມ​ການ​ສະຫຼອງ​ປັດສະຄາ​ໄວ້. 14  ເມື່ອ​ຮອດ​ເວລາ ພະ​ເຢຊູ​ກໍ​ນັ່ງ​ກິນ​ເຂົ້າ​ຢູ່​ໂຕະ​ກັບ​ພວກ​ອັກຄະ​ສາວົກ.+ 15  ເພິ່ນ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ຂ້ອຍ​ຢາກ​ກິນ​ປັດສະຄາ​ເທື່ອ​ນີ້​ກັບ​ພວກ​ເຈົ້າ​ຫຼາຍ ກ່ອນ​ທີ່​ຂ້ອຍ​ຈະ​ຖືກ​ທໍລະມານ. 16  ຂ້ອຍ​ຈະ​ບອກ​ພວກ​ເຈົ້າ​ວ່າ ຂ້ອຍ​ຈະ​ບໍ່​ກິນ​ປັດສະຄາ​ອີກ​ຈົນ​ກວ່າ​ທຸກ​ສິ່ງ​ທີ່​ປັດສະຄາ​ໝາຍເຖິງ​ນັ້ນ​ຈະ​ເກີດຂຶ້ນ​ແທ້​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ.” 17  ແລ້ວ​ພະ​ເຢຊູ​ກໍ​ຈັບ​ເອົາ​ຈອກ ອະທິດຖານ​ຂອບໃຈ​ພະເຈົ້າ ແລະ​ບອກ​ວ່າ: “ກິນ​ແມ້ ແລ້ວ​ຍື່ນ​ຕໍ່​ໆ​ກັນ​ໄປ​ໃຫ້​ທຸກ​ຄົນ​ກິນ. 18  ຂ້ອຍ​ຈະ​ບອກ​ພວກ​ເຈົ້າ​ວ່າ ຕັ້ງແຕ່​ນີ້​ໄປ​ຂ້ອຍ​ຈະ​ບໍ່​ກິນ​ເຫຼົ້າແວງ​ອີກ​ເລີຍ​ຈົນ​ກວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ມາ.” 19  ແລ້ວ​ພະ​ເຢຊູ​ກໍ​ຈັບ​ເອົາ​ເຂົ້າຈີ່​ແຜ່ນ​ໜຶ່ງ+ ແລະ​ອະທິດຖານ​ຂອບໃຈ​ພະເຈົ້າ. ຈາກນັ້ນ ເພິ່ນ​ກໍ​ຫັກ​ເຂົ້າຈີ່​ແລະ​ຍື່ນ​ໃຫ້​ພວກ​ລູກສິດ​ແລ້ວ​ເວົ້າ​ວ່າ: “ນີ້​ໝາຍເຖິງ​ຮ່າງກາຍ​ຂອງ​ຂ້ອຍ+​ທີ່​ຈະ​ຕ້ອງ​ສະລະ​ເພື່ອ​ພວກ​ເຈົ້າ​ທຸກ​ຄົນ.+ ໃຫ້​ພວກ​ເຈົ້າ​ເຮັດ​ແບບ​ນີ້​ຕໍ່​ໆ​ໄປ​ເພື່ອ​ລະນຶກ​ເຖິງ​ຂ້ອຍ.”+ 20  ເມື່ອ​ກິນ​ເຂົ້າ​ແລງ​ແລ້ວ ເພິ່ນ​ກໍ​ຈັບ​ເອົາ​ຈອກ​ເຫຼົ້າແວງ​ແລະ​ເຮັດ​ຄື​ເກົ່າ ແລ້ວ​ເວົ້າ​ວ່າ: “ຈອກ​ນີ້​ໝາຍເຖິງ​ສັນຍາ​ໃໝ່+​ທີ່​ຈະ​ເລີ່ມ​ມີ​ຜົນ​ບັງຄັບ​ໃຊ້​ເມື່ອ​ຂ້ອຍ​ສະລະ​ເລືອດ​ຂອງ​ຂ້ອຍ+​ເພື່ອ​ພວກ​ເຈົ້າ.+ 21  ແຕ່​ພວກ​ເຈົ້າ​ຮູ້​ບໍ​ວ່າ ຄົນ​ທີ່​ທໍລະຍົດ​ຂ້ອຍ​ກໍ​ນັ່ງ​ຢູ່​ໂຕະ​ດຽວ​ກັບ​ຂ້ອຍ?+ 22  ທຸກ​ສິ່ງ​ທີ່​ບອກ​ໄວ້​ກ່ຽວກັບ​ລູກ​ມະນຸດ​ຈະ​ຕ້ອງ​ເກີດ​ຂຶ້ນ​ແທ້+ ແຕ່​ຜູ້​ທີ່​ທໍລະຍົດ​ເພິ່ນ​ຈະ​ຕ້ອງ​ຈິບຫາຍ!”+ 23  ພວກ​ລູກສິດ​ຈຶ່ງ​ເລີ່ມ​ຖາມ​ກັນ​ວ່າ ຜູ້​ໃດ​ໃນ​ເຂົາເຈົ້າ​ຈະ​ເຮັດ​ແບບ​ນັ້ນ.+ 24  ນອກ​ຈາກນັ້ນ ເຂົາເຈົ້າ​ຍັງ​ຖຽງ​ກັນ​ວ່າ ໃນ​ເຂົາເຈົ້າ​ໃຜ​ຊິ​ເປັນ​ໃຫຍ່​ທີ່​ສຸດ.+ 25  ແຕ່​ພະ​ເຢຊູ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ກະສັດ​ໃນ​ໂລກ​ນີ້​ມັກ​ເປັນ​ນາຍ​ເໜືອ​ປະຊາຊົນ ແລະ​ຄົນ​ທີ່​ມີ​ອຳນາດ​ເໜືອ​ຄົນ​ອື່ນ​ກໍ​ຢາກ​ໃຫ້​ຄົນ​ເຫັນ​ວ່າ​ໂຕເອງ​ເຮັດ​ສິ່ງ​ທີ່​ດີ​ເພື່ອ​ຄົນ​ອື່ນ.+ 26  ພວກ​ເຈົ້າ​ຕ້ອງ​ບໍ່​ເປັນ​ແບບ​ນັ້ນ.+ ແຕ່​ໃຫ້​ຄົນ​ທີ່​ເປັນ​ໃຫຍ່​ທີ່​ສຸດ​ໃນ​ພວກ​ເຈົ້າ​ເປັນ​ຄື​ກັບ​ຄົນ​ທີ່​ອາຍຸ​ນ້ອຍ​ທີ່​ສຸດ+ ແລະ​ໃຫ້​ຄົນ​ທີ່​ເປັນ​ຫົວໜ້າ​ເປັນ​ຄື​ກັບ​ຄົນ​ຮັບໃຊ້. 27  ໃຜ​ເປັນ​ໃຫຍ່​ກວ່າ​ກັນ ຄົນ​ທີ່​ນັ່ງ​ກິນ​ຢູ່​ໂຕະ​ຫຼື​ຄົນ​ຮັບໃຊ້? ຄົນ​ທີ່​ນັ່ງ​ກິນ​ຢູ່​ໂຕະ​ແມ່ນ​ບໍ? ແຕ່​ຂ້ອຍ​ເປັນ​ຄື​ກັບ​ຄົນ​ຮັບໃຊ້​ຂອງ​ພວກ​ເຈົ້າ.+ 28  ພວກ​ເຈົ້າ​ຢູ່​ຄຽງ​ຂ້າງ​ຂ້ອຍ​ສະເໝີ+​ຕອນ​ທີ່​ຂ້ອຍ​ລຳບາກ.+ 29  ຂ້ອຍ​ເຮັດ​ສັນຍາ​ກັບ​ພວກ​ເຈົ້າ​ວ່າ​ຈະ​ໃຫ້​ພວກ​ເຈົ້າ​ມີ​ສ່ວນ​ໃນ​ການ​ປົກຄອງ​ຄື​ກັບ​ທີ່​ພໍ່​ຂອງ​ຂ້ອຍ​ໄດ້​ເຮັດ​ສັນຍາ​ກັບ​ຂ້ອຍ+ 30  ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ກິນ​ໄດ້​ດື່ມ​ຢູ່​ໂຕະ​ດຽວ​ກັບ​ຂ້ອຍ​ໃນ​ການ​ປົກຄອງ​ຂອງ​ຂ້ອຍ+ ແລະ​ຈະ​ນັ່ງ​ຢູ່​ເທິງ​ບັນລັງ+​ເພື່ອ​ຕັດສິນ​ອິດສະຣາເອນ 12 ຕະກູນ.+ 31  ຊີໂມນ ຊີໂມນ ຟັງ​ເດີ້! ຊາຕານ​ຢາກ​ໄດ້​ພວກ​ເຈົ້າ​ທຸກ​ຄົນ​ແລະ​ຈະ​ຮ່ອນ​ພວກ​ເຈົ້າ​ຄື​ກັບ​ຮ່ອນ​ເຂົ້າ.+ 32  ແຕ່​ຂ້ອຍ​ອະທິດຖານ​ອ້ອນວອນ​ເພື່ອ​ຄວາມ​ເຊື່ອ​ຂອງ​ເຈົ້າ​ຈະ​ບໍ່​ໝົດ​ໄປ+ ແລະ​ເມື່ອ​ເຈົ້າ​ກັບ​ມາ​ແລ້ວ​ກໍ​ໃຫ້​ຊ່ວຍ​ພີ່ນ້ອງ​ຂອງ​ເຈົ້າ​ໃຫ້​ມີ​ຄວາມ​ເຊື່ອ​ເຂັ້ມແຂງ.”+ 33  ເປໂຕ​ບອກ​ເພິ່ນ​ວ່າ: “ອາຈານ ຂ້ອຍ​ພ້ອມ​ຈະ​ຕິດ​ຄຸກ​ແລະ​ຕາຍ​ນຳ​ທ່ານ.”+ 34  ແຕ່​ພະ​ເຢຊູ​ບອກ​ວ່າ: “ເປໂຕ ຂ້ອຍ​ຈະ​ບອກ​ເຈົ້າ​ວ່າ ມື້​ນີ້​ກ່ອນ​ໄກ່​ຂັນ ເຈົ້າ​ຈະ​ປະຕິເສດ​ຮອດ 3 ເທື່ອ​ວ່າ​ບໍ່​ຮູ້​ຈັກ​ຂ້ອຍ.”+ 35  ແລ້ວ​ພະ​ເຢຊູ​ກໍ​ເວົ້າ​ກັບ​ພວກ​ລູກສິດ​ວ່າ: “ຕອນ​ທີ່​ຂ້ອຍ​ສົ່ງ​ພວກ​ເຈົ້າ​ອອກ​ໄປ ຂ້ອຍ​ບອກ​ວ່າ​ບໍ່​ຕ້ອງ​ເອົາ​ຖົງ​ເງິນ ຖົງ​ໃສ່​ຂອງກິນ ແລະ​ເກີບ​ອີກ​ຄູ່​ໜຶ່ງ​ໄປ​ນຳ.+ ຕອນນັ້ນ​ພວກ​ເຈົ້າ​ຂາດ​ຫຍັງ​ບໍ?” ເຂົາເຈົ້າ​ບອກ​ວ່າ: “ບໍ່​ໄດ້​ຂາດ​ຫຍັງ​ເລີຍ.” 36  ເພິ່ນ​ບອກ​ເຂົາເຈົ້າ​ອີກ​ວ່າ: “ແຕ່​ຕອນນີ້ ຜູ້​ໃດ​ທີ່​ມີ​ຖົງ​ເງິນ​ກໍ​ໃຫ້​ເອົາ​ໄປ​ນຳ ຜູ້​ໃດ​ທີ່​ມີ​ຖົງ​ໃສ່​ຂອງກິນ​ກໍ​ໃຫ້​ເອົາ​ໄປ​ຄື​ກັນ ແລະ​ຜູ້​ໃດ​ທີ່​ບໍ່​ມີ​ດາບ​ກໍ​ໃຫ້​ເອົາ​ເສື້ອ​ຄຸມ​ໄປ​ຂາຍ​ແລ້ວ​ໄປ​ຊື້​ດາບ. 37  ຂ້ອຍ​ຈະ​ບອກ​ພວກ​ເຈົ້າ​ວ່າ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ພະຄຳພີ​ຈະ​ຕ້ອງ​ເກີດຂຶ້ນ​ກັບ​ຂ້ອຍ​ທີ່​ວ່າ ‘ລາວ​ຖືກ​ນັບ​ລວມ​ກັບ​ພວກ​ຄົນ​ຊົ່ວ.’+ ເລື່ອງ​ນີ້​ຈະ​ຕ້ອງ​ເກີດຂຶ້ນ​ກັບ​ຂ້ອຍ​ແນ່ນອນ.”+ 38  ເຂົາເຈົ້າ​ບອກ​ວ່າ: “ນີ້​ເດ້​ອາຈານ! ພວກ​ເຮົາ​ມີ​ດາບ 2 ດວງ.” ເພິ່ນ​ບອກ​ວ່າ: “ສ່ຳ​ນີ້​ກະ​ພໍ​ແລ້ວ.” 39  ຈາກນັ້ນ ພະ​ເຢຊູ​ກໍ​ອອກ​ໄປ​ພູ​ໝາກກອກ​ຕາມ​ທີ່​ເຄີຍ​ເຮັດ ແລະ​ພວກ​ລູກສິດ​ກໍ​ໄປ​ນຳ​ເພິ່ນ.+ 40  ເມື່ອ​ຮອດ​ບ່ອນ​ນັ້ນ ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ໃຫ້​ພວກ​ເຈົ້າ​ອະທິດຖານ​ຢູ່​ເລື້ອຍ​ໆ​ເພື່ອ​ຈະ​ບໍ່​ຍອມແພ້​ເມື່ອ​ຖືກ​ທົດສອບ.”+ 41  ແລ້ວ​ເພິ່ນ​ກໍ​ອອກ​ໄປ​ຕ່າງ​ຫາກ ໄກ​ຈາກ​ເຂົາເຈົ້າ​ປະມານ​ດຶກ​ກ້ອນ​ຫີນ​ຕົກ ແລະ​ຄູ້ເຂົ່າ​ລົງ​ອະທິດຖານ​ວ່າ: 42  “ພໍ່​ເອີ້ຍ ຖ້າ​ພໍ່​ຕ້ອງການ ຂໍ​ໃຫ້​ຈອກ​ນີ້*​ກາຍ​ລູກ​ໄປ ແຕ່​ຢ່າ​ໃຫ້​ເປັນ​ໄປ​ຕາມ​ທີ່​ລູກ​ຕ້ອງການ ຂໍ​ໃຫ້​ເປັນ​ໄປ​ຕາມ​ທີ່​ພໍ່​ຕ້ອງການ.”+ 43  ແລ້ວ​ທູດສະຫວັນ​ອົງ​ໜຶ່ງ​ກໍ​ລົງ​ມາ​ຈາກ​ສະຫວັນ​ເພື່ອ​ມາ​ຫາ​ພະ​ເຢຊູ​ແລະ​ໃຫ້​ກຳລັງ​ໃຈ​ເພິ່ນ.+ 44  ແຕ່​ເພິ່ນຮູ້ສຶກ​ເຄັ່ງຕຶງ​ຫຼາຍ​ຈຶ່ງ​ອະທິດຖານ​ອ້ອນວອນ​ເອົາແທ້​ເອົາວ່າ+ ຈົນ​ເຫື່ອ​ເພິ່ນ​ເປັນ​ຄື​ກັບ​ເລືອດ​ຢົດ​ລົງ​ດິນ. 45  ເມື່ອ​ອະທິດຖານ​ແລ້ວ​ໆ​ ພະ​ເຢຊູ​ກໍ​ລຸກ​ຂຶ້ນ​ໄປ​ຫາ​ພວກ​ລູກສິດ ແລະ​ເຫັນ​ເຂົາເຈົ້າ​ນອນ​ຫຼັບ​ຢູ່​ຍ້ອນ​ເຂົາເຈົ້າ​ເສົ້າໃຈ​ຫຼາຍ​ຈົນ​ໝົດ​ແຮງ.+ 46  ເພິ່ນ​ຈຶ່ງ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ເປັນ​ຫຍັງ​ຄື​ນອນ​ຫຼັບ​ຢູ່? ລຸກ​ຂຶ້ນ​ແມ້ ໃຫ້​ພວກ​ເຈົ້າ​ອະທິດຖານ​ຢູ່​ເລື້ອຍ​ໆ​ເພື່ອ​ຈະ​ບໍ່​ຍອມແພ້​ເມື່ອ​ຖືກ​ທົດສອບ.”+ 47  ພະ​ເຢຊູ​ເວົ້າ​ຍັງ​ບໍ່​ທັນ​ສຸດ​ຄວາມ ຄົນ​ທີ່​ຊື່​ຢູດາ​ເຊິ່ງ​ເປັນ​ຜູ້​ໜຶ່ງ​ໃນ​ອັກຄະ​ສາວົກ 12 ຄົນ​ໄດ້​ພາ​ຄົນ​ກຸ່ມ​ໃຫຍ່​ມາ ແລະ​ຢູດາ​ກໍ​ເຂົ້າ​ມາ​ຈູບ​ເພິ່ນ.+ 48  ແຕ່​ພະ​ເຢຊູ​ເວົ້າ​ກັບ​ລາວ​ວ່າ: “ຢູດາ ເຈົ້າ​ຈະ​ທໍລະຍົດ​ລູກ​ມະນຸດ​ດ້ວຍ​ການ​ຈູບ​ບໍ?” 49  ເມື່ອ​ຄົນ​ທີ່​ຢູ່​ກັບ​ພະ​ເຢຊູ​ເຫັນ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ຈຶ່ງ​ຖາມ​ວ່າ: “ອາຈານ ເອົາ​ດາບ​ຟັນ​ພວກ​ນີ້​ເລີຍ​ເບາະ?” 50  ແລ້ວ​ລູກສິດ​ຄົນ​ໜຶ່ງ​ກໍ​ເອົາ​ດາບ​ຟັນ​ທາດ​ຂອງ​ປະໂລຫິດ​ໃຫຍ່ ແລະ​ຖືກ​ຫູ​ເບື້ອງ​ຂວາ​ຂອງ​ລາວ​ຂາດ.+ 51  ແຕ່​ພະ​ເຢຊູ​ບອກ​ວ່າ: “ເຊົາ! ຢ່າ​ເຮັດ.” ແລ້ວ​ເພິ່ນ​ກໍ​ບາຍ​ຫູ​ຜູ້​ນັ້ນ​ແລະ​ປົວ​ລາວ​ໃຫ້​ເຊົາ. 52  ແລ້ວ​ພະ​ເຢຊູ​ກໍ​ປິ່ນ​ໄປ​ເວົ້າ​ກັບ​ພວກ​ຫົວໜ້າ​ປະໂລຫິດ ພວກ​ຫົວໜ້າ​ເຈົ້າ​ໜ້າທີ່​ເບິ່ງແຍງ​ວິຫານ ແລະ​ພວກ​ຜູ້​ນຳ​ຄົນ​ຢິວ​ທີ່​ມາ​ຈັບ​ເພິ່ນ​ວ່າ: “ເປັນ​ຫຍັງ​ຕ້ອງ​ຖື​ດາບ​ຖື​ໄມ້​ຄ້ອນ​ມາ​ຈັບ​ຂ້ອຍ​ຄື​ກັບ​ຈັບ​ໂຈນ?+ 53  ຂ້ອຍ​ຢູ່​ກັບ​ພວກ​ເຈົ້າ​ໃນ​ວິຫານ​ແລະ​ສອນ​ຢູ່​ຫັ້ນ​ທຸກ​ມື້+ ພວກ​ເຈົ້າ​ກໍ​ບໍ່​ມາ​ຈັບ.+ ແຕ່​ຕອນນີ້​ເປັນ​ເວລາ​ຂອງ​ພວກ​ເຈົ້າ​ແລ້ວ ແລະ​ເປັນ​ເວລາ​ຂອງ​ອຳນາດ​ແຫ່ງ​ຄວາມ​ມືດ.”+ 54  ເຂົາເຈົ້າ​ຈຶ່ງ​ຈັບ​ພະ​ເຢຊູ+​ແລະ​ພາ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ປະໂລຫິດ​ໃຫຍ່ ແລະ​ເປໂຕ​ກໍ​ນຳ​ຫຼັງ​ເພິ່ນ​ໄປ​ຫ່າງ​ໆ​.+ 55  ເມື່ອ​ເຂົາເຈົ້າ​ດັງ​ໄຟ​ຢູ່​ກາງ​ເດີ່ນ​ບ້ານ​ແລ້ວ​ນັ່ງ​ຢູ່​ນຳ​ກັນ ເປໂຕ​ກໍ​ເຂົ້າ​ໄປ​ນັ່ງ​ນຳ​ເຂົາເຈົ້າ.+ 56  ສາວໃຊ້​ຄົນ​ໜຶ່ງ​ເຫັນ​ເປໂຕ​ນັ່ງ​ຢູ່​ຂ້າງ​ກອງ​ໄຟ​ຈຶ່ງ​ຕັ້ງໃຈ​ແນມ​ເບິ່ງ​ລາວ​ແລ້ວ​ເວົ້າ​ວ່າ: “ຜູ້​ນີ້​ເປັນ​ໝູ່​ກັບ​ຜູ້​ຊາຍ​ຄົນ​ນັ້ນ.” 57  ແຕ່​ເປໂຕ​ປະຕິເສດ​ວ່າ: “ຂ້ອຍ​ບໍ່​ຮູ້​ຈັກ​ລາວ.” 58  ຕໍ່​ມາ​ບໍ່​ດົນ​ກໍ​ມີ​ອີກ​ຜູ້​ໜຶ່ງ​ເຫັນ​ເປໂຕ​ແລະ​ເວົ້າ​ຂຶ້ນ​ມາ​ວ່າ: “ເຈົ້າ​ກໍ​ເປັນ​ຜູ້​ໜຶ່ງ​ໃນ​ພວກ​ນັ້ນ​ຕົ໋ວ.” ແຕ່​ເປໂຕ​ເວົ້າ​ວ່າ: “ບໍ່ ຂ້ອຍ​ບໍ່​ໄດ້​ເປັນ.”+ 59  ຜ່ານ​ໄປ​ປະມານ 1 ຊົ່ວໂມງ ມີ​ອີກ​ຄົນ​ໜຶ່ງ​ມາ​ຢືນຢັນ​ວ່າ: “ລາວ​ເປັນ​ໝູ່​ກັບ​ຜູ້​ນັ້ນ​ແທ້​ໆ​ ຍ້ອນ​ລາວ​ເປັນ​ຄົນ​ຄາລີເລ​ຄື​ກັນ!” 60  ແຕ່​ເປໂຕ​ເວົ້າ​ວ່າ: “ເຈົ້າ​ເວົ້າ​ຫຍັງ? ຂ້ອຍ​ບໍ່​ຮູ້​ຈັກ​ຜູ້​ນັ້ນ​ແທ້​ໆ​!” ລາວ​ເວົ້າ​ຍັງ​ບໍ່​ທັນ​ສຸດ​ຄວາມ ໄກ່​ກໍ​ຂັນ. 61  ຕອນນັ້ນ ພະ​ເຢຊູ​ກໍ​ປິ່ນ​ມາ​ເບິ່ງ​ເປໂຕ ແລ້ວ​ເປໂຕ​ກໍ​ຄິດ​ພໍ້​ສິ່ງ​ທີ່​ພະ​ເຢຊູ​ເຄີຍ​ເວົ້າ​ກັບ​ລາວ​ວ່າ: “ມື້​ນີ້​ກ່ອນ​ໄກ່​ຂັນ ເຈົ້າ​ຈະ​ປະຕິເສດ​ຮອດ 3 ເທື່ອ​ວ່າ​ບໍ່​ຮູ້​ຈັກ​ຂ້ອຍ.”+ 62  ແລ້ວ​ເປໂຕ​ກໍ​ອອກ​ໄປ​ທາງ​ນອກ​ແລະ​ຮ້ອງໄຫ້​ດ້ວຍ​ຄວາມ​ເຈັບ​ປວດ​ໃຈ​ຫຼາຍ. 63  ສ່ວນ​ຄົນ​ທີ່​ຄຸມ​ໂຕ​ພະ​ເຢຊູ​ຢູ່​ກໍ​ພາກັນ​ເຍາະເຍີ້ຍ+​ແລະ​ຕີ​ເພິ່ນ.+ 64  ເຂົາເຈົ້າ​ປົກ​ໜ້າ​ເພິ່ນ​ແລ້ວ​ເວົ້າ​ວ່າ: “ທວາຍ​ເບິ່ງ​ດຸ​ວ່າ​ແມ່ນ​ໃຜ​ຕົບ​ເຈົ້າ?” 65  ແລ້ວ​ເຂົາເຈົ້າ​ກໍ​ເວົ້າ​ໝິ່ນ​ປະໝາດ​ເພິ່ນ​ຫຼາຍ​ເລື່ອງ. 66  ເມື່ອ​ຮອດ​ຕອນ​ເຊົ້າ ຄະນະ​ຜູ້​ນຳ​ຄົນ​ຢິວ​ເຊິ່ງ​ມີ​ທັງ​ພວກ​ຫົວໜ້າ​ປະໂລຫິດ​ກັບ​ພວກ​ຄູ​ສອນ​ສາສະໜາ​ກໍ​ມາ​ປະຊຸມ​ກັນ+ ແລ້ວ​ເອົາ​ພະ​ເຢຊູ​ເຂົ້າ​ໄປ​ໃນ​ສານ​ຊັນເຮດຣິນ​ແລະ​ເວົ້າ​ວ່າ: 67  “ບອກ​ມາ​ດຸ​ວ່າ​ເຈົ້າ​ເປັນ​ພະຄລິດ​ແມ່ນ​ບໍ?”+ ແຕ່​ເພິ່ນ​ບອກ​ເຂົາເຈົ້າ​ວ່າ: “ເຖິງ​ຂ້ອຍ​ບອກ ພວກ​ເຈົ້າ​ກໍ​ບໍ່​ເຊື່ອ​ດອກ. 68  ຖ້າ​ຂ້ອຍ​ຖາມ​ພວກ​ເຈົ້າ​ຄືນ ພວກ​ເຈົ້າ​ກໍ​ຄື​ຊິ​ບໍ່​ຕອບ​ຄື​ກັນ. 69  ຕັ້ງແຕ່​ນີ້​ໄປ ລູກ​ມະນຸດ+​ຈະ​ນັ່ງ​ຢູ່​ເບື້ອງ​ຂວາ​ມື​ຂອງ​ພະເຈົ້າ​ຜູ້​ມີ​ລິດເດດ.”+ 70  ເມື່ອ​ໄດ້​ຍິນ​ແບບ​ນັ້ນ ທຸກ​ຄົນ​ກໍ​ຖາມ​ວ່າ: “ຖ້າ​ເປັນ​ແນວ​ນັ້ນ ເຈົ້າ​ເປັນ​ລູກ​ຂອງ​ພະເຈົ້າ​ແມ່ນ​ບໍ?” ເພິ່ນ​ບອກ​ວ່າ: “ແມ່ນ​ແລ້ວ.”* 71  ພວກ​ນັ້ນ​ຈຶ່ງ​ເວົ້າ​ວ່າ: “ພວກ​ເຮົາ​ຍັງ​ຊິ​ຊອກ​ຫາ​ຫຼັກຖານ​ຕື່ມ​ອີກ​ຫວະ! ພວກ​ເຮົາ​ໄດ້​ຍິນ​ຈາກ​ປາກ​ຂອງ​ລາວ​ເອງ​ແລ້ວ.”+

ຂໍຄວາມໄຂເງື່ອນ

ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”
ໝາຍເຖິງ​ການ​ທີ່​ພະເຈົ້າ​ຈະ​ຍອມ​ໃຫ້​ພະ​ເຢຊູ​ຖືກ​ປະຫານ​ຊີວິດ​ໃນ​ຂໍ້​ກ່າວຫາ​ຕົວະ​ທີ່​ວ່າ​ເພິ່ນ​ໝິ່ນ​ປະໝາດ​ພະເຈົ້າ
ແປ​ຕາມ​ໂຕ​ວ່າ “ເຈົ້າ​ເອງ​ເປັນ​ຜູ້​ເວົ້າ.” ນີ້​ແມ່ນ​ສຳນວນ​ທີ່​ໝາຍເຖິງ​ການ​ເຫັນດີ​ກັບ​ສິ່ງ​ທີ່​ຫາກໍ​ເວົ້າ.