ຂ້າມໄປທີ່ເນື້ອໃນ

ແທ້​ບໍ​ທີ່​ພະຍານ​ພະ​ເຢໂຫວາ​ໃຊ້​ຄຳ​ພີ​ໄບເບິນ​ຂອງ​ເຂົາເຈົ້າ​ເອງ​ເທົ່າ​ນັ້ນ?

ແທ້​ບໍ​ທີ່​ພະຍານ​ພະ​ເຢໂຫວາ​ໃຊ້​ຄຳ​ພີ​ໄບເບິນ​ຂອງ​ເຂົາເຈົ້າ​ເອງ​ເທົ່າ​ນັ້ນ?

 ແທ້ໆແລ້ວ​ພະຍານ​ພະ​ເຢໂຫວາ​ໃຊ້​ຄຳ​ພີ​ໄບເບິນ​ສະບັບ​ແປ​ຕ່າງໆຫຼາຍ​ສະບັບ. ແຕ່​ໃນ​ຫຼາຍ​ພາສາ​ທີ່​ເຮົາ​ມີ​ພະ​ຄຳ​ພີ​ສະບັບ​ແປ​ໂລກ​ໃໝ່ ເຮົາ​ກໍ​ເລືອກ​ທີ່​ຈະ​ໃຊ້​ສະບັບ​ນີ້ ຍ້ອນ​ສະບັບ​ນີ້​ມີ​ຊື່​ຂອງ​ພະເຈົ້າ​ຄົບ​ຕາມ​ຕົ້ນ​ສະບັບ​ເດີມ ແປ​ຖືກຕ້ອງ ແລະ​ອ່ານ​ແລ້ວ​ເຂົ້າ​ໃຈ​ງ່າຍ.

  •   ມີ​ຊື່​ຂອງ​ພະເຈົ້າ​ຄົບ​ຕາມ​ຕົ້ນ​ສະບັບ​ເດີມ. ຜູ້​ຈັດ​ພິມ​ຄຳ​ພີ​ໄບເບິນ​ບາງ​ຄົນ​ບໍ່​ໄດ້​ໃຫ້​ກຽດ​ຜູ້​ແຕ່ງ​ເລີຍ. ຕົວຢ່າງ​ເຊັ່ນ ມີ​ສະບັບ​ແປ​ໜຶ່ງ​ໃສ່​ຊື່​ຜູ້​ຮ່ວມ​ຈັດ​ພິມ​ຫຼາຍ​ກວ່າ 70 ຄົນ. ແຕ່​ບໍ່​ໄດ້​ໃຫ້​ກຽດ​ພະ​ເຢໂຫວາ​ຜູ້​ແຕ່ງ​ຄຳ​ພີ​ໄບເບິນ​ເລີຍ ຍ້ອນ​ບໍ່​ໄດ້​ໃສ່​ຊື່​ຂອງ​ເພິ່ນ​ແມ່ນ​ແຕ່​ເທື່ອ​ດຽວ!

     ກົງ​ກັນ​ຂ້າມ ສະບັບ​ແປ​ໂລກ​ໃໝ່ ​ມີ​ຊື່​ຂອງ​ພະເຈົ້າ​ຢູ່​ຫຼາຍ​ພັນ​ເທື່ອ​ຄົບ​ຕາມ​ຕົ້ນ​ສະບັບ​ເດີມ ແຕ່​ບໍ່​ໄດ້​ບອກ​ຊື່​ຜູ້​ຮ່ວມ​ຈັດ​ພິມ​ເລີຍ​ແມ່ນ​ແຕ່​ຊື່​ດຽວ.

  •   ແປ​ຖືກຕ້ອງ. ສະບັບ​ແປ​ບາງ​ສະບັບ​ບໍ່​ໄດ້​ແປ​ເນື້ອ​ຫາ​ຢ່າງ​ຖືກຕ້ອງ​ຕາມ​ຕົ້ນ​ສະບັບ​ເດີມ. ຕົວຢ່າງ​ເຊັ່ນ ມັດທາຍ 23:15 ໃນ​ສະບັບ​ແປ​ໜຶ່ງ​ບອກ​ວ່າ: “ວິບາກ​ແກ່​ທ່ານ​ທັງ​ຫຼາຍ​ພວກ​ສະໝຽນ​ແລະ​ພວກ​ຟາລິຊຽນ​ຜູ້​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ ເພາະ​ວ່າ​ທ່ານ​ທັງ​ຫຼາຍ​ໄປ​ທົ່ວ​ທີບ​ທີ່​ນ້ຳ​ທະເລ​ແລະ​ທົ່ວ​ທາງ​ແຜ່ນດິນ​ໂລກ​ເພື່ອ​ຈະ​ໃຫ້​ຄົນ​ດຽວ​ເຂົ້າ​ສາສະໜາ​ຂອງ​ທ່ານ ແລະ​ເມື່ອ​ເພິ່ນ​ເຂົ້າ​ແລ້ວ ທ່ານ​ທັງ​ຫຼາຍ​ກະທຳ​ໃຫ້​ເພິ່ນ​ເປັນ​ລູກ​ຂອງ​ໝໍ້​ນາລົກ ​ເກີນ​ກວ່າ​ທ່ານ 2 ທໍ່​ອີກ.” ຜູ້​ແປ​ຄື​ຊິ​ໃສ່​ຄຳ​ວ່າ “ນາລົກ” ໄວ້​ໃນ​ຂໍ້​ນີ້​ຍ້ອນ​ລາວ​ເຊື່ອ​ວ່າ​ຄົນ​ຊົ່ວ​ຈະ​ຖືກ​ທໍລະມານ​ຕະຫຼອດ​ໄປ​ໃນ​ນາລົກ ແຕ່​ຄຳ​ພີ​ໄບເບິນ​ບໍ່​ໄດ້​ສອນ​ແບບ​ນັ້ນ. ຂໍ້​ຄຳ​ພີ​ນີ້​ໃນ​ຕົ້ນ​ສະບັບ​ເດີມ​ບໍ່​ໄດ້​ໃຊ້​ຄຳ​ວ່າ “ນາລົກ” ແຕ່​ໃຊ້​ຄຳ​ວ່າ “ເກເຮັນນາ [ແປ​ກົງ​ໂຕ​ວ່າ ‘ຮ່ອມ​ພູ​ຮິນໂນມ’].” ໃນ​ສະໄໝ​ຂອງ​ພະ​ເຢຊູ ຮ່ອມ​ພູ​ຮິນໂນມ​ເປັນ​ບ່ອນ​ເຜົາ​ທຳລາຍ​ຂີ້ເຫຍື້ອ​ນອກ​ເມືອງ​ເຢຣູຊາເລັມ ພະ​ເຢຊູ​ອາດ​ໃຊ້​ຄຳ​ວ່າ “ເກເຮັນນາ” ເພື່ອ​ປຽບ​ທຽບ​ວ່າ​ພະເຈົ້າ​ຈະ​ລົງໂທດ​ຄົນ​ຊົ່ວ​ໃຫ້​ຖືກ​ທຳລາຍ​ຕະຫຼອດ​ໄປ​ຄື​ກັບ​ຂີ້ເຫຍື້ອ. ດັ່ງນັ້ນ ສະບັບ​ແປ​ໂລກ​ໃໝ່​ ແປ​ຢ່າງ​ຖືກຕ້ອງ​ວ່າ “ພວກ​ຄູ​ສອນ​ສາສະໜາ​ແລະ​ພວກ​ຟາຣິຊາຍ​ທີ່​ໜ້າ​ຊື່​ໃຈ​ຄົດ! ພວກ​ເຈົ້າ​ຕ້ອງ​ຮັບ​ໂທດ​ໜັກ​ແທ້ໆ ຍ້ອນ​ພວກ​ເຈົ້າ​ເດີນ​ທາງ​ໄປ​ທົ່ວ​ທັງ​ທາງ​ບົກ​ແລະ​ທາງ​ທະເລ​ເພື່ອ​ຈະ​ໄດ້​ຈັກ​ຄົນ​ໜຶ່ງ​ມາ​ເຂົ້າ​ສາສະໜາ ແຕ່​ເມື່ອ​ໄດ້​ແລ້ວ ພວກ​ເຈົ້າ​ພັດ​ເຮັດ​ໃຫ້​ຄົນ​ນັ້ນ​ສົມຄວນ​ໄປເກເຮັນນາ​ແລະ​ລາວ​ຈະ​ມີ​ຄວາມ​ຜິດ​ຫຼາຍ​ກວ່າ​ພວກ​ເຈົ້າ​ເຖິງ​ສອງ​ເທົ່າ.”

  •   ອ່ານ​ແລ້ວ​ເຂົ້າ​ໃຈ​ງ່າຍ. ສະບັບ​ແປ​ທີ່​ດີ​ບໍ່​ພຽງ​ແຕ່​ແປ​ໄດ້​ຢ່າງ​ຖືກຕ້ອງ​ເທົ່າ​ນັ້ນ ແຕ່​ຄວນ​ໃຊ້​ພາສາ​ທີ່​ອ່ານ​ແລ້ວ​ເຂົ້າ​ໃຈ​ງ່າຍ​ນຳ. ຕົວຢ່າງ​ເຊັ່ນ ໂຣມ 12:11 ອັກຄະສາວົກ​ໂປໂລ​ໃຊ້​ຄຳ​ທີ່​ແປ​ກົງ​ໂຕ​ວ່າ “ຈົ່ງ​ມີ​ຈິດວິນຍານ​ອັນ​ຮ້ອນຮົນ.” ຖ້າ​ແປ​ກົງ​ໂຕ​ແບບ​ນີ້ ຄົນ​ສະໄໝ​ນີ້​ຄື​ຊິ​ເຂົ້າ​ໃຈ​ຍາກ. ສະບັບ​ແປ​ໂລກ​ໃໝ່​ ກໍ​ເລີຍ​ແປ​ໃຫ້​ເຂົ້າ​ໃຈ​ງ່າຍ​ຂຶ້ນ​ວ່າ “ໃຫ້​ພະລັງ​ຂອງ​ພະເຈົ້າ​ກະຕຸ້ນ​ພວກ​ເຈົ້າ​ໃຫ້​ມີ​ໃຈ​ກະຕືລືລົ້ນ.”

 ນອກ​ຈາກ​ສະບັບ​ແປ​ໂລກ​ໃໝ່ ​ຈະ​ມີ​ຊື່​ຂອງ​ພະເຈົ້າ​ຄົບ​ຕາມ​ຕົ້ນ​ສະບັບ​ເດີມ ແປ​ຖືກຕ້ອງ ແລະ​ອ່ານ​ເຂົ້າ​ໃຈ​ງ່າຍ​ແລ້ວ ສະບັບ​ແປ​ນີ້​ຍັງ​ຂໍ​ຮັບ​ໄດ້​ຟຣີ​ນຳ​ອີກ. ຫຼາຍ​ລ້ານ​ຄົນ​ກໍ​ເລີຍ​ມີ​ຄຳ​ພີ​ໄບເບິນ​ໄວ້​ອ່ານ​ໃນ​ພາສາ​ຂອງ​ໂຕ​ເອງ ແມ່ນ​ແຕ່​ຄົນ​ທີ່​ບໍ່​ຄ່ອຍ​ມີ​ເງິນ​ກໍ​ເປັນ​ເຈົ້າ​ຂອງ​ຄຳ​ພີ​ໄບເບິນ​ໄດ້.