ຂ້າມໄປທີ່ເນື້ອໃນ

ນະໂຍບາຍ​ການ​ຄຸ້ມຄອງ​ຂໍ້​ມູນ​ສ່ວນ​ຕົວ

ນະໂຍບາຍ​ການ​ຄຸ້ມຄອງ​ຂໍ້​ມູນ​ສ່ວນ​ຕົວ

ຂໍ້​ມູນ​ສ່ວນ​ຕົວ

ຂໍ້​ມູນ​ສ່ວນ​ຕົວ​ທີ່​ໄດ້​ປ້ອນ​ໃສ່​ເວັບໄຊ​ນີ້​ແມ່ນ​ອົງການ Watchtower Bible and Tract Society of New York, Inc., ຫຼື​ອົງການ​ຈັດ​ຕັ້ງ​ອື່ນ​ທີ່​ຂຶ້ນ​ກັບ​ມັນ​ຈະ​ນຳ​ໃຊ້​ໃຫ້​ສອດຄ່ອງ​ກັບ​ຈຸດ​ປະສົງ​ທີ່​ແຈ້ງ​ໃຫ້​ຜູ້​ປ້ອນ​ຂໍ້​ມູນ​ໃນ​ເວລາ​ປ້ອນ​ໃສ່​ຂໍ້​ມູນ​ນັ້ນ. ອົງການ Watchtower Bible and Tract Society of New York, Inc. ຈະ​ບໍ່​ໄດ້​ເອົາ​ຂໍ້​ມູນ​ຂອງ​ທ່ານ​ໃຫ້​ຜູ້​ອື່ນ​ເວັ້ນ​ເສຍ​ແຕ່​ຈຳເປັນ​ເພື່ອ​ປະຕິບັດ​ການ​ບໍລິການ​ໃດ​ໜຶ່ງ​ຕາມ​ການ​ຮ້ອງ​ຂໍ​ຂອງ​ຜູ້​ນຳ​ໃຊ້ ແລະ​ໄດ້​ແຈ້ງ​ໃຫ້​ຜູ້​ນຳ​ໃຊ້​ຮູ້ ຫຼື​ເຊື່ອ​ໝັ້ນ​ວ່າ​ການ​ເປີດ​ເຜີຍ​ຂໍ້​ມູນ​ນັ້ນ​ແມ່ນ​ເປັນ​ຕາມ​ລະບຽບ​ກົດ​ໝາຍ​ໃນ​ການ​ກວດ​ພົບ ສະກັດ​ກັ້ນ​ບັນຫາ​ດ້ານ​ການ​ປອມ​ແປງ ດ້ານ​ຄວາມ​ໝັ້ນ​ຄົງ ຫຼື​ທາງ​ດ້ານ​ວິຊາການ. ຂໍ້​ມູນ​ໃດ​ກໍ​ຕາມ​ທີ່​ໄດ້​ປ້ອນ​ໃສ່​ແລ້ວ​ຈະ​ບໍ່​ໄດ້​ຄ້າ​ຂາຍ ປ່ຽນ​ໂອນ ຫຼື​ໃຫ້​ເຊົ່າ​ບໍ່​ວ່າ​ຈະ​ເປັນ​ກໍລະນີ​ໃດ​ກໍ​ຕາມ.

ທີ່​ຢູ່​ທາງ ອີເມວ

ທີ່​ຢູ່​ທາງ​ອີເມວ​ທີ່​ທ່ານ​ແຈ້ງ​ໃນ​ເວລາ​ສ້າງ​ສິດ​ໃນ​ການ​ນຳ​ໃຊ້​ເວັບໄຊ​ນີ້​ຈະ​ເປັນ​ທີ່​ຢູ່​ເຊິ່ງ​ຈະ​ໃຊ້​ໃນ​ການ​ຕິດ​ຕໍ່​ກັບ​ທ່ານ​ກ່ຽວ​ກັບ​ສິດ​ດັ່ງ​ກ່າວ. ຕົວຢ່າງ​ເຊັ່ນ: ຖ້າ​ຫາກ​ທ່ານ​ລືມ​ຊື່​ຜູ້​ມີ​ສິດ​ນຳ​ໃຊ້​ຫຼື​ລະຫັດ​ນຳ​ໃຊ້​ສິດ​ນັ້ນ ແລ້ວ​ໄດ້​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ເພື່ອ​ເອົາ​ສິດ​ນຳ​ໃຊ້​ນັ້ນ​ຄືນ​ອີກ ເຮົາ​ຈະ​ສົ່ງ​ຄວາມ​ຊ່ວຍ​ເຫຼືອ​ໃຫ້​ທ່ານ​ໂດຍ​ຜ່ານ​ທາງ​ທີ່​ຢູ່​ທາງ​ອີເມວ​ຕາມ​ຂໍ້​ມູນ​ຂອງ​ຜູ້​ມີ​ສິດ​ນຳ​ໃຊ້.

Cookie

Cookie ແມ່ນ​ຂໍ້​ມູນ​ທີ່​ເກັບ​ໄວ້​ເຊິ່ງ​ຜູ້​ນຳ​ໃຊ້​ສິດ​ເປັນ​ຜູ້​ຈັດການ​ເອງ​ກ່ຽວ​ກັບ​ບູລິມະສິດ​ໃນ​ການ​ນຳ​ໃຊ້​ບໍລິການ​ຕ່າງໆຂອງ​ເວັບໄຊ jw.org. ຕົວຢ່າງ: ພາສາ​ທີ່​ຜູ້​ມີ​ສິດ​ນຳ​ໃຊ້​ເລືອກ​ເອົາ​ແມ່ນ​ຈະ​ເກັບ​ໄວ້​ໃນ Cookie ເພື່ອ​ຜູ້​ນຳ​ໃຊ້​ຈະ​ໄດ້​ພາສາ​ນັ້ນ​ທຸກ​ຄັ້ງ​ທີ່​ເຂົ້າ​ເວັບໄຊ. Cookie ຈະ​ບໍ່​ໄດ້​ໂຮມ​ເອົາ​ຫຼື​ເກັບ​ໄວ້​ໃນ​ຂໍ້​ມູນ​ສ່ວນ​ຕົວ.

Active Scripting ຫຼື JavaScript

jw.org ນຳ​ໃຊ້​ລະບົບ scripting ເພື່ອ​ປັບ​ປຸງ​ການ​ບໍລິການ​ຕ່າງໆຂອງ​ເວັບໄຊ​ຂອງ​ຕົນ. ໂດຍ​ນຳ​ໃຊ້​ເທັກໂນໂລຍີ scripting, jw.org ສາມາດ​ສົ່ງ​ຂໍ້​ມູນ​ໃຫ້​ຜູ້​ນຳ​ໃຊ້​ເວັບໄຊ​ຢ່າງ​ວ່ອງໄວ. jw.org ຈະ​ບໍ່​ໃຊ້​ລະບົບ scripting ໃນ​ການ​ຈັດ​ຕັ້ງ software ໃນ​ຄອມພີວເຕີ​ຂອງ​ຜູ້​ນຳ​ໃຊ້​ເວັບໄຊ​ຫຼື​ເພື່ອ​ເກັບ​ເອົາ​ຂໍ້​ມູນ​ຈາກ​ຜູ້​ນຳ​ໃຊ້​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ.

ຕ້ອງ​ເປີດ​ລາຍການ Active scripting ຫຼື JavaScript ໃນ​ໂປຣແກຣມ browser ເພື່ອ​ສາມາດ​ນຳ​ໃຊ້​ບາງ​ບໍລິການ​ຂອງ jw.org. ໂປຣແກຣມ Web browsers ສ່ວນ​ຫຼາຍ​ມີ​ທາງ​ເລືອກ​ເປີດ​ຫຼື​ປິດ​ລາຍການ​ນັ້ນ​ເມື່ອ​ເຂົ້າ​ໄປ​ນຳ​ໃຊ້​ບາງ​ເວັບໄຊ. ຂໍ້​ໃຫ້​ອ່ານ​ຄຳ​ແນະນຳ​ຂອງ​ໂປຣແກຣມ Web browser ໃນ​ລາຍການ help ເພື່ອ​ເຂົ້າ​ໃຈ​ວິທີ​ເປີດ​ປິດ​ລະບົບ scripting ສຳລັບ​ບາງ​ເວັບໄຊ​ນັ້ນ.

ໃນ​ກໍລະນີ​ທີ່​ຈຳເປັນ​ຕ້ອງ​ປ່ຽນ​ນະໂຍບາຍ​ກ່ຽວ​ກັບ​ຂໍ້​ມູນ​ສ່ວນ​ຕົວ, ພວກ​ເຮົາ​ຈະ​ແຈ້ງ​ລາຍ​ລະອຽດ​ຂອງ​ການ​ປ່ຽນ​ແປງ​ນັ້ນ​ໃນ​ໜ້າ​ເວັບໄຊ​ນີ້​ໃຫ້​ຊາບ ເພື່ອ​ຈຸດ​ປະສົງ​ໃຫ້​ທ່ານ​ຮູ້​ເຖິງ​ຂໍ້​ມູນ​ທີ່​ຖືກ​ເກັບ​ກຳ​ແລະ​ວິທີ​ທີ່​ເຮົາ​ນຳ​ໃຊ້​ຂໍ້​ມູນ​ນັ້ນ.