ຂ້າມໄປທີ່ເນື້ອໃນ

ແຜນທີ່​ດິນແດນ​ໃນ​ຄຳພີໄບເບິນ

ແຜນທີ່​ດິນແດນ​ໃນ​ຄຳພີໄບເບິນ

ປຶ້ມ ໄປ​ເບິ່ງ​ແຜ່ນດິນ​ທີ່​ດີ​ຢ້ຽມ (ພາສາ​ໄທ) ມີ​ແຜນທີ່​ດິນແດນ​ໃນ​ຄຳພີໄບເບິນ​ຢ່າງ​ລະອຽດ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຂົ້າ​ໃຈ​ຄຳພີໄບເບິນ​ຫຼາຍ​ຂຶ້ນ. ຄຳພີໄບເບິນ​ເວົ້າ​ເຖິງ​ສະຖານ​ທີ່ ເມືອງ ແລະ​ດິນແດນ​ຕ່າງໆ. ຖ້າ​ເຈົ້າ​ອ່ານ​ຄຳພີໄບເບິນ​ແລະ​ໃຊ້​ແຜນທີ່​ນີ້​ໄປ​ນຳ ເຈົ້າ​ກໍ​ຈະ​ມ່ວນ​ກັບ​ການ​ອ່ານ​ຫຼາຍ​ຂຶ້ນ. ປຶ້ມ “ໄປ​ເບິ່ງ​ແຜ່ນດິນ​ທີ່​ດີ​ຢ້ຽມ” ຈະ​ຊ່ວຍ​ເຈົ້າ​ໃຫ້​ນຶກ​ພາບ​ເຫດການ​ແລະ​ສະຖານ​ທີ່​ຕ່າງໆທີ່​ຄຳພີໄບເບິນ​ເວົ້າ​ເຖິງ ແລະ​ເມື່ອ​ເຈົ້າ​ເຂົ້າ​ໃຈ​ລັກສະນະ​ທາງ​ພູມ​ສາດ​ຂອງ​ດິນແດນ​ໃນ​ຄຳພີໄບເບິນ ເຈົ້າ​ກໍ​ຈະ​ເຂົ້າ​ໃຈ​ເຫດການ​ທີ່​ບັນທຶກ​ໃນ​ຄຳພີໄບເບິນ​ຫຼາຍ​ຂຶ້ນ​ນຳ​ອີກ.

ປຶ້ມ “ໄປ​ເບິ່ງ​ແຜ່ນດິນ​ທີ່​ດີ​ຢ້ຽມ” ມີ​ແຜນທີ່​ແລະ​ຕາ​ຕະລາງ​ທີ່​ມີ​ສີ​ສັນ​ກ່ຽວ​ກັບ​ສະຖານ​ທີ່​ແລະ​ດິນແດນ​ຕ່າງໆໃນ​ສະໄໝ​ຄຳພີໄບເບິນ. ແຜນທີ່​ດິນແດນ​ຕ່າງໆໃນ​ຄຳພີໄບເບິນ​ນີ້​ຍັງ​ມີ​ພາບ​ປະກອບ​ທີ່​ສ້າງ​ຈາກ​ຄອມພິວເຕີ​ແລະ​ຂໍ້​ມູນ​ອື່ນໆທີ່​ຊ່ວຍ​ໃຫ້​ເຈົ້າ​ສຶກສາ​ຄຳພີໄບເບິນ​ດ້ວຍ​ຕົວ​ເອງ​ໄດ້​ງ່າຍ​ຂຶ້ນ.

ແຜນທີ່​ດິນແດນ​ໃນ​ຄຳພີໄບເບິນ​ນີ້​ຈະ​ຊ່ວຍ​ເຈົ້າ​ໃຫ້

  • ເຂົ້າ​ໃຈ​ວ່າ​ອັບຣາຮາມ ອີຊາກ​ແລະ​ຢາໂຄບ​ເດີນ​ທາງ​ໄປ​ບ່ອນ​ໃດ​ແດ່

  • ເຫັນ​ເສັ້ນ​ທາງ​ທີ່​ຊາວ​ອິດສະຣາເອນ​ໃຊ້​ຕອນ​ອົບພະຍົບ​ອອກ​ຈາກ​ເອຢິບ​ເພື່ອ​ເຂົ້າ​ໄປ​ແຜ່ນດິນ​ຕາມ​ຄຳ​ສັນຍາ

  • ປຽບ​ທຽບ​ທີ່​ຕັ້ງ​ແຜ່ນດິນ​ຂອງ​ຊາວ​ອິດສະຣາເອນ​ກັບ​ຊາດ​ສັດຕູ

  • ເຫັນ​ສະຖານ​ທີ່​ທີ່​ພະ​ເຢຊູ​ເຄີຍ​ເດີນ​ທາງ​ໄປ​ປະກາດ

  • ເຫັນ​ອານາ​ເຂດ​ຂອງ​ຈັກກະພັດ​ຕ່າງໆທີ່​ຄຳພີໄບເບິນ​ເວົ້າ​ເຖິງ ລວມ​ທັງ​ບາບີໂລນ ກຣີກ ແລະ​ໂຣມ

ເຈົ້າ​ສາມາດ​ເບິ່ງແຜນທີ່​ດິນແດນ​ໃນ​ຄຳພີໄບເບິນ​ອອນລາຍ.