ພະເຢໂຫວາແມ່ນໃຜ?
ຄຳຕອບຈາກຄຳພີໄບເບິນ
ພະເຢໂຫວາເປັນພະເຈົ້າທ່ຽງແທ້ທີ່ມີບອກໄວ້ໃນຄຳພີໄບເບິນ ເປັນຜູ້ສ້າງທຸກສິ່ງ. (ພະນິມິດ 4:11) ຜູ້ພະຍາກອນອັບຣາຮາມກັບໂມເຊນະມັດສະການເພິ່ນ ພະເຢຊູກໍນະມັດສະການເພິ່ນນຳ. (ຕົ້ນເດີມ 24:27; ອົບພະຍົບ 15:1, 2; ໂຢຮັນ 20:17) ພະເຢໂຫວາບໍ່ໄດ້ເປັນພະເຈົ້າຂອງຊາດໃດຊາດໜຶ່ງແຕ່ເປັນພະເຈົ້າທີ່ “ປົກຄອງທົ່ວໂລກ.”—ຄຳເພງ 47:2, ລ.ມ.
ເຢໂຫວາເປັນຊື່ສະເພາະຂອງພະເຈົ້າຕາມທີ່ບອກໄວ້ໃນຄຳພີໄບເບິນ. (ອົບພະຍົບ 3:15; ຄຳເພງ 83:18) ຊື່ນີ້ມາຈາກຄຳກິລິຍາພາສາເຮັບເຣີທີ່ແປວ່າ “ເປັນ” ນັກວິຊາການຫຼາຍຄົນຈຶ່ງບອກວ່າຊື່ນີ້ອາດຈະໝາຍຄວາມວ່າ “ເພິ່ນເຮັດໃຫ້ເປັນ.” ຄວາມໝາຍນີ້ເໝາະສົມຫຼາຍກັບບົດບາດຂອງພະເຢໂຫວາໃນຖານະຜູ້ສ້າງແລະຜູ້ເຮັດໃຫ້ທຸກສິ່ງເປັນໄປຕາມທີ່ເພິ່ນຕັ້ງໃຈໄວ້. (ເອຊາອີ 55:10, 11) ຄຳພີໄບເບິນຍັງຊ່ວຍໃຫ້ເຮົາຮູ້ຈັກໂຕຕົນຂອງເພິ່ນແທ້ໆ ໂດຍສະເພາະຄຸນລັກສະນະທີ່ໂດດເດັ່ນຂອງເພິ່ນຄື ຄວາມຮັກ.—ອົບພະຍົບ 34:5-7; ລູກາ 6:35; 1 ໂຢຮັນ 4:8
ຊື່ຂອງພະເຈົ້າໃນພາສາອັງກິດຄື Jehovah (ເຢໂຫວາ) ແປມາຈາກຊື່ພາສາເຮັບເຣີ ເຊິ່ງເປັນອັກສອນ 4 ໂຕ יהוה (ຢຫວຫ) ທີ່ເອີ້ນວ່າເທຣາກຳມະທອນ. ແຕ່ເຮົາບໍ່ຮູ້ວ່າຊື່ຂອງພະເຈົ້າອອກສຽງແນວໃດແທ້ໆໃນພາສາເຮັບເຣີບູຮານ. ແຕ່ຊື່ Jehovah (ເຢໂຫວາ) ມີການໃຊ້ມາດົນແລ້ວໃນພາສາອັງກິດ ເຊິ່ງມີການໃຊ້ເທື່ອທຳອິດໃນຄຳພີໄບເບິນສະບັບແປຂອງວິນລຽມ ທິນເດວ ປີ ຄ.ສ 1530 a ຊື່ “ເຢໂຫວາ” ມີການໃຊ້ມາດົນແລ້ວໃນພາສາລາວ.
ເປັນຫຍັງຈຶ່ງບໍ່ຮູ້ວ່າຊື່ຂອງພະເຈົ້າອອກສຽງແນວໃດໃນພາສາເຮັບເຣີບູຮານ?
ພາສາເຮັບເຣີບູຮານຂຽນໂດຍບໍ່ມີສະຫຼະ ມີແຕ່ພະຍັນຊະນະເທົ່ານັ້ນ. ຄົນທີ່ເວົ້າພາສາເຮັບເຣີຈະຮູ້ເລີຍວ່າ ເວລາອ່ານຈະຕ້ອງໃຊ້ສະຫຼະຫຍັງ. ແຕ່ເມື່ອພະຄຳພີພາກພາສາເຮັບເຣີ (“ພັນທະສັນຍາເດີມ”) ຂຽນແລ້ວ ຄົນຢິວບາງຄົນທີ່ເຊື່ອຖືໂຊກລາງຄິດວ່າເປັນເລື່ອງຜິດທີ່ຈະອອກຊື່ຂອງພະເຈົ້າ. ເມື່ອເຂົາເຈົ້າອ່ານອອກສຽງຂໍ້ຄຳພີທີ່ມີຊື່ພະເຈົ້າ ເຂົາເຈົ້າກໍຈະໃຊ້ຄຳວ່າ “ອົງພະຜູ້ເປັນເຈົ້າ” ຫຼື “ພະເຈົ້າ.” ເມື່ອເວລາຜ່ານໄປຫຼາຍຮ້ອຍປີ ການຖືໂຊກລາງແບບນີ້ກໍແຜ່ຂະຫຍາຍອອກໄປ ຈົນໃນທີ່ສຸດຜູ້ຄົນກໍບໍ່ຮູ້ວ່າການອອກສຽງແບບດັ້ງເດີມເປັນແນວໃດແທ້ໆ. b
ບາງຄົນຮູ້ສຶກວ່າຊື່ຂອງພະເຈົ້າໜ້າຈະອອກສຽງວ່າ “Yahweh” (ຢາເວ) ແຕ່ບາງຄົນກໍບອກວ່າໜ້າຈະເປັນຢ່າງອື່ນ. ໃນມ້ວນໜັງສືທະເລຕາຍມ້ວນໜຶ່ງເຊິ່ງຂຽນເປັນພາສາກຣີກມີບາງສ່ວນຂອງປຶ້ມພວກເລວີຢູ່ ໃນສ່ວນນັ້ນສະກົດຊື່ຂອງພະເຈົ້າວ່າ Iao (ເຢົາ). ນັກຂຽນຄົນກຣີກໃນຍຸກຕົ້ນໆຍັງແນະນຳໃຫ້ອອກສຽງຊື່ຂອງພະເຈົ້າວ່າ Iae (ຢາເອ) I·a·beʹ (ຢາເວ) ຫຼື I·a·ou·eʹ (ເຢົາເວ) ແຕ່ກໍບໍ່ມີໃຜພິສູດໄດ້ວ່າການອອກສຽງທີ່ຖືກຕ້ອງແທ້ໆໃນພາສາເຮັບເຣີບູຮານເປັນແນວໃດ. c
ຄວາມເຊື່ອຜິດໆກ່ຽວກັບຊື່ຂອງພະເຈົ້າໃນຄຳພີໄບເບິນ
ຄວາມເຊື່ອທີ່ຜິດ: ສະບັບແປທີ່ໃຊ້ຊື່ “ເຢໂຫວາ” ເພີ່ມຊື່ນີ້ເຂົ້າມາເອງ.
ຄວາມຈິງ: ຊື່ຂອງພະເຈົ້າທີ່ເປັນຄຳພາສາເຮັບເຣີໃນຮູບແບບຂອງເທຣາກຳມະທອນປາກົດປະມານ 7.000 ເທື່ອໃນຄຳພີໄບເບິນ. d ສະບັບແປສ່ວນຫຼາຍຕັດຊື່ຂອງພະເຈົ້າອອກຕາມໃຈ ແລ້ວໃສ່ຄຳທີ່ເປັນຕຳແໜ່ງເຊັ່ນ “ອົງພະຜູ້ເປັນເຈົ້າ” ເຂົ້າໄປແທນ.
ຄວາມເຊື່ອທີ່ຜິດ: ພະເຈົ້າຜູ້ມີພະລັງອຳນາດສູງສຸດບໍ່ຈຳເປັນຕ້ອງມີຊື່.
ຄວາມຈິງ: ພະເຈົ້າດົນໃຈຄົນທີ່ຂຽນຄຳພີໄບເບິນໃຫ້ບັນທຶກຊື່ຂອງເພິ່ນໄວ້ຫຼາຍພັນເທື່ອ ແລະສັ່ງໃຫ້ຄົນທີ່ນະມັດສະການເພິ່ນໃຊ້ຊື່ຂອງເພິ່ນ. (ເອຊາອີ 42:8; ໂຢເອນ 2:32; ມາລາກີ 3:16; ໂຣມ 10:13) ທີ່ຈິງ ພະເຈົ້າຕຳໜິຜູ້ພະຍາກອນປອມທີ່ພະຍາຍາມເຮັດໃຫ້ຜູ້ຄົນລືມຊື່ຂອງເພິ່ນ.—ເຢເຣມີ 23:27
ຄວາມເຊື່ອທີ່ຜິດ: ຕາມທຳນຽມຂອງຄົນຢິວແລ້ວ ຄວນຕັດຊື່ພະເຈົ້າອອກຈາກຄຳພີໄບເບິນ.
ຄວາມຈິງ: ເປັນຄວາມຈິງທີ່ວ່າ ຄົນຢິວບາງຄົນທີ່ເປັນຜູ້ກ່າຍຄືນພະຄຳພີໃນຕອນນັ້ນບໍ່ຍອມອອກສຽງຊື່ພະເຈົ້າ. ແຕ່ເຂົາເຈົ້າບໍ່ໄດ້ຕັດຊື່ເພິ່ນອອກຈາກສຳເນົາຄຳພີໄບເບິນ. ແນວໃດກໍຕາມ ພະເຈົ້າບໍ່ຢາກໃຫ້ເຮົາຕິດຕາມທຳນຽມຂອງມະນຸດ ເຊິ່ງບໍ່ເປັນໄປຕາມກົດໝາຍຂອງເພິ່ນ.—ມັດທາຍ 15:1-3
ຄວາມເຊື່ອທີ່ຜິດ: ບໍ່ຄວນໃຊ້ຊື່ພະເຈົ້າໃນຄຳພີໄບເບິນເພາະເຮົາບໍ່ຮູ້ວ່າຊື່ພະເຈົ້າອອກສຽງແນວໃດແທ້ໆໃນພາສາເຮັບເຣີ.
ຄວາມຈິງ: ການຫາເຫດຜົນແບບນີ້ຄືກັບກຳລັງບອກວ່າ ພະເຈົ້າຄາດໝາຍໃຫ້ຜູ້ຄົນທີ່ເວົ້າພາສາອື່ນອອກສຽງຊື່ຂອງເພິ່ນໃຫ້ຖືກຕ້ອງຄືກັບພາສາເດີມ. ແຕ່ຄຳພີໄບເບິນຊ່ວຍໃຫ້ເຮົາເຫັນວ່າ ຄົນທີ່ນະມັດສະການພະເຈົ້າໃນອະດີດເຊິ່ງເວົ້າພາສາອື່ນອອກສຽງຊື່ຕ່າງໆບໍ່ຄືກັບໃນພາສາເດີມ.
ລອງເບິ່ງຊື່ໂຢຊວຍຜູ້ຕັດສິນຄົນອິດສະຣາເອນເປັນຕົວຢ່າງ. ຄລິດສະຕຽນໃນສະຕະວັດທຳອິດທີ່ເວົ້າພາສາເຮັບເຣີຈະອອກສຽງຊື່ນີ້ວ່າ ເຢໂຫຊູອາ ແຕ່ຄົນທີ່ເວົ້າພາສາກຣີກຈະອອກສຽງວ່າ ອີຊຸດສ໌. ແລະພະຄຳພີສະບັບແປພາສາກຣີກກໍໃຊ້ຊື່ນີ້ນຳ ສະແດງວ່າຄລິດສະຕຽນໃນສະໄໝນັ້ນອອກສຽງຊື່ຕ່າງໆຕາມສຽງໃນພາສາຂອງເຂົາເຈົ້າ ບໍ່ແມ່ນຕາມພາສາເດີມ.—ກິດຈະການ 7:45; ເຮັບເຣີ 4:8
ຫຼັກການດຽວກັນນີ້ກໍໃຊ້ໄດ້ກັບການແປຊື່ຂອງພະເຈົ້າ. ແລະແທນທີ່ຈະກັງວົນວ່າຊື່ພະເຈົ້າອອກສຽງແນວໃດແທ້ໆ ເຮົາຄວນສົນໃຈເລື່ອງທີ່ສຳຄັນກວ່າ ນັ້ນກໍຄືການໃສ່ຊື່ຂອງເພິ່ນໄວ້ໃນບ່ອນເກົ່າທີ່ເຄີຍມີຢູ່ໃນຄຳພີໄບເບິນ.
a ທິນເດວໃຊ້ຄຳວ່າ “Iehouah” (ເຢໂຫອາ) ໃນການແປປຶ້ມ 5 ຫົວທຳອິດຂອງຄຳພີໄບເບິນ. ເມື່ອເວລາຜ່ານໄປ ພາສາອັງກິດກໍມີການປ່ຽນແປງ ຈຶ່ງມີການປັບໂຕສະກົດຊື່ຂອງພະເຈົ້າໃຫ້ທັນສະໄໝຂຶ້ນ. ຕົວຢ່າງເຊັ່ນ ໃນປີ 1612 ເຮັນຣີ ເອນສ໌ເວີດໃຊ້ຄຳວ່າ “Iehovah” (ເຢໂຫວາ) ຕະຫຼອດການແປປຶ້ມຄຳເພງຂອງລາວ. ເມື່ອລາວປັບປຸງສະບັບແປນັ້ນໃນປີ 1639 ລາວໃຊ້ຄຳ “Jehovah.” (ເຈໂຫວາ) ນອກຈາກນັ້ນ ຜູ້ແປພະຄຳພີສະບັບແປອາເມຣິກັນສະແຕນດາດ ເຊິ່ງພິມໃນປີ 1901 ກໍໃຊ້ຄຳ “Jehovah” ທຸກບ່ອນທີ່ເປັນຊື່ພະເຈົ້າໃນພາສາເຮັບເຣີ.
b ສາລານຸກົມນິວກາໂຕລິກ ສະບັບພິມຄັ້ງທີ 2 ຫົວທີ 14 ໜ້າ 883-884 ບອກວ່າ: “ໄລຍະໜຶ່ງຫຼັງຈາກທີ່ຄົນຢິວກັບຈາກການເປັນຊະເລີຍ ຜູ້ຄົນເລີ່ມຖືກັນວ່າຄວນເຄົາລົບບູຊາຊື່ Yahweh (ຢາເວ) ເປັນພິເສດ ແລະເລີ່ມມີທຳນຽມແທນທີ່ຊື່ນີ້ດ້ວຍຄຳວ່າ ADONAI (ອະໂດໄນ) ຫຼື ELOHIM (ເອໂລຮິມ).”
c ສຳລັບລາຍລະອຽດເພີ່ມເຕີມ ຂໍເບິ່ງພາກຜະໜວກ ກ4 “ຊື່ຂອງພະເຈົ້າໃນພະຄຳພີພາກພາສາເຮັບເຣີ” ໃນຄຳພີໄບເບິນສະບັບແປໂລກໃໝ່.
d ເບິ່ງTheological Lexicon of the Old Testament ຫົວທີ 2 ໜ້າ 523-524.