ຂ້າມໄປທີ່ເນື້ອໃນ

ຄຳ​ພະຍາກອນ​ກ່ຽວກັບ​ເມຊີອາ​ພິສູດ​ບໍ​ວ່າ​ພະເຢຊູ​ເປັນ​ເມຊີອາ​ແທ້ໆ?

ຄຳ​ພະຍາກອນ​ກ່ຽວກັບ​ເມຊີອາ​ພິສູດ​ບໍ​ວ່າ​ພະເຢຊູ​ເປັນ​ເມຊີອາ​ແທ້ໆ?

ຄຳຕອບ​ຈາກ​ຄຳພີໄບເບິນ

 ແມ່ນ​ແລ້ວ ເພາະ​ຕອນ​ທີ່​ພະເຢຊູ​ຢູ່​ເທິງ​ໂລກ ເພິ່ນ​ໄດ້​ເຮັດ​ໃຫ້​ຄຳ​ພະຍາກອນ​ຫຼາຍ​ເລື່ອງ​ກ່ຽວກັບ “ເມຊີອາ​ຜູ້​ນຳ” ເຊິ່ງ​ຈະ​ເປັນ “ຜູ້​ຊ່ວຍ​ໂລກ​ໃຫ້​ລອດ” ເກີດ​ຂຶ້ນ​ແທ້. (ດານຽນ 9:25, ລ.ມ; 1 ໂຢຮັນ 4:14) ແລະ​ຫຼັງ​ຈາກ​ທີ່​ພະເຢຊູ​ຟື້ນ​ຂຶ້ນ​ຈາກ​ຕາຍ ເພິ່ນ​ກໍ​ຍັງ​ເຮັດ​ໃຫ້​ຄຳ​ພະຍາກອນ​ອີກ​ຫຼາຍ​ຂໍ້​ກ່ຽວກັບ​ເມຊີອາ​ສຳເລັດ​ເປັນຈິງ.​—ຄຳເພງ 110:1; ກິດຈະການ 2:34-36

 “ເມຊີອາ” ໝາຍ​ຄວາມ​ວ່າ​ຫຍັງ?

 ຄຳ​ພາສາ​ເຮັບເຣີ​ມາຊີອັກ (ເມຊີອາ) ກົງ​ກັບ​ຄຳ​ພາສາ​ກຣີກ​ຄລິດໂຕສ໌ (ຄລິດ) ທັງ​ສອງ​ຄຳ​ແປ​ວ່າ “ຜູ້ຖືກເຈີມ.” ດັ່ງນັ້ນ ​ຄຳ​ວ່າ “ເຢຊູ​ຄລິດ” ຈຶ່ງ​ມີ​ຄວາມໝາຍ​ວ່າ: “ພະເຢຊູ​ຜູ້ຖືກເຈີມ” ຫຼື “ພະເຢຊູ​ເມຊີອາ.”

 ໃນ​ສະໄໝ​ຄຳພີໄບເບິນ ເມື່ອ​ແຕ່ງຕັ້ງ​ຄົນ​ໜຶ່ງ​ໃຫ້​ມີ​ຕຳແໜ່ງ​ຫຼື​ໜ້າທີ່​ພິເສດ​ມັກ​ຈະ​ມີການ​ເທ​ນ້ຳມັນ​ລົງ​ໃສ່​ຫົວ​ຄົນ​ນັ້ນ. (ລະບຽບ​ພວກເລວີ 8:12; 1 ຊາມູເອນ 16:13) ພະເຢຊູ​ໄດ້​ຮັບ​ການ​ແຕ່ງຕັ້ງ​ຈາກ​ພະເຈົ້າ​ໃຫ້​ເປັນ​ເມຊີອາ​ເຊິ່ງ​ເປັນ​ຕຳແໜ່ງ​ທີ່​ສຳຄັນ​ຫຼາຍ. (ກິດຈະການ 2:36) ໃນ​ກໍລະນີ​ຂອງ​ພະເຢຊູ ພະເຈົ້າ​ບໍ່​ໄດ້​ເຈີມ​ເພິ່ນ​ດ້ວຍ​ການ​ເທ​ນ້ຳມັນ ແຕ່​ເຈີມ​ດ້ວຍ​ພະລັງບໍລິສຸດ.​—ມັດທາຍ 3:16

 ຈະ​ມີ​ເມຊີອາ​ຫຼາຍ​ກວ່າ​ໜຶ່ງ​ຄົນ​ໄດ້​ບໍ?

 ບໍ່​ໄດ້. ເພາະ​ຄຳ​ພະຍາກອນ​ຕ່າງໆ​ໃນ​ຄຳພີໄບເບິນ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ມີ​ເມຊີອາ​ຫຼື​ພະຄລິດ​ພຽງ​ຄົນ​ດຽວ ຄື​ກັບ​ທີ່​ລາຍ​ນິ້ວ​ມື​ຕ້ອງ​ເປັນ​ຂອງ​ຄົນ​ຜູ້​ດຽວ. ແຕ່​ຄຳພີໄບເບິນ​ກໍ​ເຕືອນ​ວ່າ: “ຈະ​ມີ​ພະຄລິດ​ປອມ​ແລະ​ຜູ້ພະຍາກອນ​ປອມ​ມາ​ເຮັດ​ການອັດສະຈັນ​ແລະ​ສະແດງ​ປາ​ຕິ​ຫານ​ທີ່​ຍິ່ງໃຫຍ່ ພວກ​ເຂົາ​ຈະ​ພະຍາຍາມ​ຫຼອກ​ລວງ​ແມ່ນ​ແຕ່​ຜູ້​ທີ່​ພະເຈົ້າ​ເລືອກ​ໄວ້​ແລ້ວ.”​—ມັດທາຍ 24:24

 ໃນ​ອະນາຄົດ​ຈະ​ມີ​ເມຊີອາ​ອີກ​ບໍ?

 ບໍ່. ຄຳພີໄບເບິນ​ບອກ​ລ່ວງ​ໜ້າ​ວ່າ​ເມຊີອາ​ຕ້ອງ​ເປັນ​ລູກ​ຫຼານ​ຂອງ​ດາວິດ​ກະສັດ​ຂອງ​ອິດສະຣາເອນ. (ຄຳເພງ 89:3, 4) ໃນ​ປັດຈຸບັນ ບໍ່​ມີ​ບັນທຶກ​ວົງ​ຕະກູນ​ຂອງ​ຄົນ​ຢິວ​ທີ່​ສືບ​ໄປ​ເຖິງ​ສະໄໝ​ຂອງ​ດາວິດ​ແລ້ວ ເພາະ​ບັນທຶກ​ນີ້​ອາດ​ຖືກ​ທຳລາຍ​ຕອນ​ທີ່​ກອງ​ທັບ​ໂຣມ​ມາ​ຍຶດ​ເມືອງ​ເຢຣູຊາເລັມ​ໃນ​ປີ ຄ.ສ 70. a ຕັ້ງແຕ່​ນັ້ນ​ມາ​ກໍ​ບໍ່​ມີ​ໃຜ​ພິສູດ​ໄດ້​ອີກ​ເລີຍ​ວ່າ ໃຜ​ສືບ​ເຊື້ອສາຍ​ມາ​ຈາກ​ກະສັດ​ດາວິດ. ແຕ່​ຕອນ​ທີ່​ພະເຢຊູ​ຢູ່​ເທິງ​ໂລກ​ຍັງ​ມີ​ບັນທຶກ​ວົງ​ຕະກູນ​ຢູ່ ແລະ​ເມື່ອ​ພະເຢຊູ​ບອກ​ວ່າ​ເພິ່ນ​ເປັນ​ລູກ​ຫຼານ​ຂອງ​ດາວິດ ແມ່ນ​ແຕ່​ພວກ​ສັດຕູ​ກໍ​ບໍ່​ໄດ້​ໂຕ້​ແຍ່ງ​ໃນ​ເລື່ອງ​ນີ້.​—ມັດທາຍ 22:41-46

 ໃນ​ຄຳພີໄບເບິນ​ມີ​ຄຳ​ພະຍາກອນ​ກ່ຽວກັບ​ເມຊີອາ​ຈັກ​ເລື່ອງ?

 ບໍ່​ສາມາດ​ບອກ​ຈຳນວນ​ທີ່​ແນ່ນອນ​ໄດ້. ເຫດຜົນ​ໜຶ່ງ​ກໍ​ຍ້ອນ​ວິທີ​ນັບ​ຈຳນວນ​ຄຳ​ພະຍາກອນ​ຂອງ​ແຕ່​ລະ​ຄົນ​ອາດ​ແຕກຕ່າງ​ກັນ. ແມ່ນ​ແຕ່​ຄຳ​ພະຍາກອນ​ທີ່​ເຫັນ​ໄດ້​ແຈ້ງ​ວ່າ​ກ່ຽວຂ້ອງ​ກັບ​ເມຊີ​ອາ ເຊັ່ນ: ເອຊາຢາ 53:2-7 ເຊິ່ງ​ໃຫ້​ລາຍ​ລະອຽດ​ຫຼາຍ​ຢ່າງ. ບາງຄົນ​ເບິ່ງ​ວ່າ​ເປັນ​ຄຳ​ພະຍາກອນ​ເລື່ອງ​ດຽວ ສ່ວນ​ຄົນອື່ນໆອາດ​ເບິ່ງ​ວ່າ​ລາຍ​ລະອຽດ​ແຕ່​ລະ​ຢ່າງ​ເປັນ​ຄຳ​ພະຍາກອນ​ໜຶ່ງ​ເລື່ອງ.

 ຄຳ​ພະຍາກອນ​ບາງ​ເລື່ອງ​ກ່ຽວກັບ​ເມຊີອາ​ທີ່​ເກີດ​ຂຶ້ນ​ແທ້​ກັບ​ພະເຢຊູ

ຄຳ​ພະຍາກອນ

ຂໍ້​ພະຄຳພີ

ເກີດ​ຂຶ້ນ​ແທ້

ເປັນ​ລູກ​ຫຼານ​ຂອງ​ອັບຣາຮາມ

ປະຖົມມະການ 22:17, 18

ມັດທາຍ 1:1

ເປັນ​ລູກ​ຫຼານ​ອີຊາກ​ລູກ​ຊາຍ​ຂອງ​ອັບຣາຮາມ

ປະຖົມມະການ 17:19

ມັດທາຍ 1:2

ເກີດ​ໃນ​ຕະກູນ​ຢູດາ

ປະຖົມມະການ 49:10

ມັດທາຍ 1:1, 3

ສືບ​ເຊື້ອສາຍ​ຈາກ​ລາຊະວົງ​ດາວິດ

ເອຊາຢາ 9:7

ມັດທາຍ 1:1

ເກີດ​ຈາກ​ສາວ​ບໍລິສຸດ

ເອຊາຢາ 7:14

ມັດທາຍ 1:18, 22, 23

ເກີດ​ຢູ່​ເມືອງ​ເບັດເລເຮັມ

ມີເກ 5:2

ມັດທາຍ 2:1, 5, 6

ຖືກ​ເອີ້ນ​ວ່າ​ເອມານູເອນ b

ເອຊາຢາ 7:14

ມັດທາຍ 1:21-23

ເກີດ​ໃນ​ຄອບຄົວ​ທີ່​ທຸກຍາກ

ເອຊາຢາ 53:2

ລູກາ 2:7

ເດັກນ້ອຍ​ຖືກ​ຂ້າ​ຫຼັງ​ຈາກ​ເພິ່ນ​ເກີດ

ເຢເຣມີ 31:15

ມັດທາຍ 2:16-18

ຖືກ​ເອີ້ນ​ອອກ​ຈາກ​ເອຢິບ

ໂອເຊ 11:1

ມັດທາຍ 2:13-15

ຖືກ​ເອີ້ນ​ວ່າ​ຊາວ​ນາຊາເຣັດ c

ເອຊາຢາ 11:1

ມັດທາຍ 2:23

ມີ​ທູດ​ນຳ​ໜ້າ​ມາ​ກ່ອນ

ມາລາກີ 3:1

ມັດທາຍ 11:7-10

ຖືກ​ເຈີມ​ເປັນ​ເມຊີອາ ຄ.ສ29 d

ດານຽນ 9:25

ມັດທາຍ 3:13-17

ພະເຈົ້າ​ຮັບຮອງ​ວ່າ​ເປັນ​ລູກ

ຄຳເພງ 2:7

ກິດຈະການ 13:33, 34

ມີ​ຄວາມ​ຮັກ​ແຮງ​ກ້າ​ຕໍ່​ວິຫານ​ຂອງ​ພະເຈົ້າ

ຄຳເພງ 69:9

ໂຢຮັນ 2:13-17

ເປັນ​ຜູ້​ປະກາດ​ຂ່າວ​ດີ

ເອຊາຢາ 61:1

ລູກາ 4:16-21

ວຽກ​ຮັບໃຊ້​ໃນ​ຄາລີເລ​ເປັນ​ຄື​ແສງ​ສະຫວ່າງ​ເຈີດ​ຈ້າ

ເອຊາຢາ 9:1, 2

ມັດທາຍ 4:13-16

ເຮັດ​ການອັດສະຈັນ​ຄື​ໂມເຊ

ພະບັນຍັດ 18:15

ກິດຈະການ 2:22

ເວົ້າ​ຕາມ​ທີ່​ພະເຈົ້າ​ບອກ​ໃຫ້​ເວົ້າ​ຄື​ໂມເຊ

ພະບັນຍັດ 18:18, 19

ໂຢຮັນ 12:49

ຮັກສາ​ຄົນ​ປ່ວຍ​ຫຼາຍ​ຄົນ

ເອຊາຢາ 53:4

ມັດທາຍ 8:16, 17

ບໍ່​ເຮັດ​ໃຫ້​ຄົນອື່ນ​ມາ​ສົນໃຈ​ໂຕເອງ

ເອຊາຢາ 42:2

ມັດທາຍ 12:17, 19

ສະແດງ​ຄວາມ​ອີ່ຕົນ​ຕໍ່​ຄົນ​ທີ່​ມີ​ຄວາມທຸກ

ເອຊາຢາ 42:3

ມັດທາຍ 12:9-20; ມາຣະໂກ 6:34

ເຮັດ​ໃຫ້​ເຫັນ​ຄວາມ​ຍຸຕິທຳ​ຂອງ​ພະເຈົ້າ

ເອຊາຢາ 42:1, 4

ມັດທາຍ 12:17-20

ເປັນ​ທີ່​ປຶກສາ​ມະຫັດສະຈັນ

ເອຊາຢາ 9:6, 7

ໂຢຮັນ 6:68

ປະກາດ​ຊື່​ພະເຢໂຫວາ

ຄຳເພງ 22:22

ໂຢຮັນ 17:6

ເວົ້າ​ເປັນ​ຕົວຢ່າງ​ປຽບທຽບ

ຄຳເພງ 78:2

ມັດທາຍ 13:34, 35

ເປັນ​ຜູ້​ນຳ

ດານຽນ 9:25

ມັດທາຍ 23:10

ຫຼາຍ​ຄົນ​ບໍ່​ເຊື່ອ​ສິ່ງ​ທີ່​ເພິ່ນ​ເວົ້າ

ເອຊາຢາ 53:1

ໂຢຮັນ 12:37, 38

ເປັນ​ຫີນ​ທີ່​ເຮັດ​ໃຫ້​ສະດຸດ

ເອຊາຢາ 8:14, 15

ມັດທາຍ 21:42-44

ຜູ້ຄົນ​ບໍ່​ຍອມຮັບ

ຄຳເພງ 118:22, 23

ກິດຈະການ 4:10, 11

ຖືກ​ຊັງ​ໂດຍ​ບໍ່​ມີ​ເຫດຜົນ

ຄຳເພງ 69:4

ໂຢຮັນ 15:24, 25

ຂີ່​ລາ​ເຂົ້າ​ເມືອງ​ເຢຣູຊາເລັມ​ແບບ​ຜູ້​ຊະນະ

ຊາກາລີ 9:9

ມັດທາຍ 21:4-9

ໄດ້​ຮັບ​ຄຳ​ສັນລະເສີນ​ຈາກ​ເດັກນ້ອຍ

ຄຳເພງ 8:2

ມັດທາຍ 21:15, 16

ມາ​ໃນ​ນາມ​ພະເຢໂຫວາ

ຄຳເພງ 118:26

ໂຢຮັນ 12:12, 13

ຖືກ​ໝູ່​ສະໜິດ​ທໍລະຍົດ

ຄຳເພງ 41:9

ໂຢຮັນ 13:18

ຖືກ​ທໍລະຍົດ​ດ້ວຍ​ເງິນ 30 ຫຼຽນ e

ຊາກາລີ 11:12, 13

ມັດທາຍ 26:14-16; 27:3-10

ຖືກ​ໝູ່​ຖິ້ມ

ຊາກາລີ 13:7

ມັດທາຍ 26:31, 56

ຖືກ​ພະຍານ​ປອມ​ໃຫ້​ການ​ໃສ່​ຮ້າຍ

ຄຳເພງ 35:11

ມັດທາຍ 26:59-61

ບໍ່​ຕອບ​ຜູ້​ທີ່​ກ່າວ​ຫາ

ເອຊາຢາ 53:7

ມັດທາຍ 27:12-14

ຖືກ​ຖົ່ມ​ນ້ຳ​ລາຍ​ໃສ່

ເອຊາຢາ 50:6

ມັດທາຍ 26:67; 27:27, 30

ຖືກ​ຕີ​ຫົວ

ມີເກ 5:1

ມາຣະໂກ 15:19

ຖືກ​ຂ້ຽນ

ເອຊາຢາ 50:6

ໂຢຮັນ 19:1

ຍອມ​ຖືກ​ທຳ​ຮ້າຍ

ເອຊາຢາ 50:6

ໂຢຮັນ 18:22, 23

ພວກ​ຜູ້​ນຳ​ລວມ​ຫົວ​ກັນ​ຂ້າ

ຄຳເພງ 2:2

ລູກາ 23:10-12

ຖືກ​ຕອກ​ຕະປູ​ຢູ່​ມື​ແລະ​ຕີນ

ຄຳເພງ 22:16

ມັດທາຍ 27:35; ໂຢຮັນ 20:25

ຜູ້ຄົນ​ເອົາ​ເສື້ອ​ເພິ່ນ​ມາ​ຈັບ​ສະຫຼາກ

ຄຳເພງ 22:18

ໂຢຮັນ 19:23, 24

ຖືກ​ນັບ​ລວມ​ກັບ​ຄົນ​ບາບ

ເອຊາຢາ 53:12

ມັດທາຍ 27:38

ຖືກ​ດ່າ​ແລະ​ຖືກ​ດູຖູກ

ຄຳເພງ 22:7, 8

ມັດທາຍ 27:39-43

ທົນ​ທຸກ​ເພື່ອ​ຄົນ​ບາບ

ເອຊາຢາ 53:5, 6

1 ເປໂຕ 2:23-25

ເບິ່ງ​ຄື​ຖືກ​ພະເຈົ້າ​ປະຖິ້ມ

ຄຳເພງ 22:1

ມາຣະໂກ 15:34

ມີ​ຄົນ​ເອົາ​ນ້ຳ​ສົ້ມ​ສາຍ​ຊູ​ກັບ​ນ້ຳ​ບີ​ໃຫ້​ດື່ມ

ຄຳເພງ 69:21

ມັດທາຍ 27:34

ຫິວ​ນ້ຳ​ກ່ອນ​ຈະ​ເສຍ​ຊີວິດ

ຄຳເພງ 22:15

ໂຢຮັນ 19:28, 29

ຝາກ​ຊີວິດ​ໄວ້​ກັບ​ພະເຈົ້າ

ຄຳເພງ 31:5

ລູກາ 23:46

ຍອມ​ສະລະ​ຊີວິດ

ເອຊາຢາ 53:12

ມາຣະໂກ 15:37

ເປັນ​ຄ່າໄຖ່​ເພື່ອ​ກຳຈັດ​ບາບ

ເອຊາຢາ 53:12

ມັດທາຍ 20:28

ກະດູກ​ບໍ່​ຫັກ

ຄຳເພງ 34:20

ໂຢຮັນ 19:31-33, 36

ຖືກ​ແທງ

ຊາກາລີ 12:10

ໂຢຮັນ 19:33-35, 37

ຖືກ​ຝັງ​ໄວ້​ກັບ​ຄົນ​ລວຍ

ເອຊາຢາ 53:9

ມັດທາຍ 27:57-60

ຖືກ​ປຸກ​ໃຫ້​ຟື້ນ​ຂຶ້ນ​ຈາກ​ຕາຍ

ຄຳເພງ 16:10

ກິດຈະການ 2:29-31

ມີ​ຄົນ​ຮັບ​ໜ້າທີ່​ແທນ​ຄົນ​ທີ່​ທໍລະຍົດ​ເພິ່ນ

ຄຳເພງ 109:8

ກິດຈະການ 1:15-20

ນັ່ງ​ເບື້ອງ​ຂວາ​ຂອງ​ພະເຈົ້າ

ຄຳເພງ 110:1

ກິດຈະການ 2:34-36

a ສາລານຸກົມ​ແມັກຄລິນທອກ​ແລະ​ສະຕຣອງ​ບອກ​ວ່າ: “ເກືອບ​ບໍ່​ມີ​ຂໍ້​ສົງໄສ​ເລີຍ​ວ່າ​ບັນທຶກ​ວົງ​ຕະກູນ​ຂອງ​ຄົນ​ຢິວ​ສູນ​ຫາຍ​ໄປ​ຕອນ​ທີ່​ເມືອງ​ເຢຣູຊາເລັມ​ຖືກ​ທຳລາຍ ບໍ່​ແມ່ນ​ກ່ອນ​ໜ້າ​ນັ້ນ.”

b ເອມານູເອນ​ເປັນ​ຊື່​ພາສາ​ເຮັບເຣີ​ແປ​ວ່າ “ພະເຈົ້າ​ຢູ່​ກັບ​ເຮົາ.” ຊື່​ນີ້​ສອດຄ່ອງ​ກັບ​ບົດບາດ​ຂອງ​ພະເຢຊູ​ໃນ​ຖານະ​ເມຊີອາ. ເພາະ​ການ​ທີ່​ເພິ່ນ​ມາ​ເທິງ​ໂລກ​ແລະ​ວຽກ​ທຸກ​ຢ່າງ​ທີ່​ເພິ່ນ​ເຮັດ​ເປັນ​ຫຼັກ​ຖານ​ວ່າ​ພະເຈົ້າ​ຢູ່​ກັບ​ຄົນ​ທີ່​ນະມັດສະການ​ເພິ່ນ.—ລູກາ 2:27-32; 7:12-16

c ຄຳ​ວ່າ “ຊາວ​ນາຊາເຣັດ” ອາດມາ​ຈາກ​ຄຳ​ພາສາ​ເຮັບເຣີ ເນເຊີ ທີ່​ແປ​ວ່າ “ໜໍ່” ຫຼື “ຜູ້​ສືບ​ເຊື້ອສາຍ.”

d ສຳລັບ​ລາຍ​ລະອຽດ​ກ່ຽວກັບ​ລຳດັບ​ເວລາ​ໃນ​ຄຳພີໄບເບິນ​ທີ່​ຊີ້​ວ່າ ຄ.ສ 29 ເປັນ​ປີ​ທີ່​ເມຊີອາ​ປາກົດ​ໂຕ ເບິ່ງ​ບົດຄວາມ “ວິທີ​ທີ່​ຄຳ​ພະຍາກອນ​ຂອງ​ດານຽນ​ບອກ​ລ່ວງ​ໜ້າ​ເລື່ອງ​ການ​ປາກົດຕົວ​ຂອງ​ເມຊີ.”

e ຄຳ​ພະຍາກອນ​ນີ້​ຢູ່​ໃນ​ປຶ້ມ​ຊາກາລີ ແຕ່​ມັດທາຍ​ບອກ​ວ່າ​ເລື່ອງ​ນີ້ “ບອກ​ໄວ້​ຜ່ານ​ທາງ​ຜູ້ພະຍາກອນ​ເຢເຣມີ.” (ມັດທາຍ 27:9) ເບິ່ງ​ຄື​ວ່າ​ບາງເທື່ອ​ປຶ້ມ​ເຢເຣມີ​ຖືກ​ຈັດ​ໄວ້​ເປັນ​ຫົວ​ທຳອິດ​ຂອງ​ໝວດ “ປຶ້ມ​ຂອງ​ພວກ​ຜູ້ພະຍາກອນ.” (ລູກາ 24:44) ດັ່ງນັ້ນ ​ມັດທາຍ​ອາດ​ຈະ​ໃຊ້​ຄຳ​ວ່າ: “ເຢເຣມີ” ເພື່ອ​ໝາຍເຖິງ​ປຶ້ມ​ທຸກ​ເຫຼັ້ມ​ໃນ​ໝວດ​ນີ້ ເຊິ່ງ​ລວມ​ເຖິງ​ປຶ້ມ​ຊາກາລີ.