ຂ້າມໄປທີ່ເນື້ອໃນ

ຂ້ອຍ​ຄວນ​ອະທິດຖານ​ເຖິງ​ນັກ​ບຸນ​ບໍ?

ຂ້ອຍ​ຄວນ​ອະທິດຖານ​ເຖິງ​ນັກ​ບຸນ​ບໍ?

ຄຳ​ຕອບ​ຈາກ​ຄຳ​ພີ​ໄບເບິນ

 ບໍ່. ຄຳ​ພີ​ໄບເບິນ​ບອກ​ວ່າ​ເຮົາ​ຄວນ​ອະທິດຖານ​ເຖິງ​ພະເຈົ້າ​ເທົ່າ​ນັ້ນ​ໂດຍ​ຜ່ານ​ທາງ​ພະ​ເຢຊູ. ພະ​ເຢຊູ​ບອກ​ພວກ​ລູກສິດ​ວ່າ: “ພວກ​ເຈົ້າ​ຄວນ​ອະທິດຖານ​ແບບ​ນີ້: ‘ພະເຈົ້າ​ພໍ່​ຂອງ​ພວກ​ເຮົາ​ທີ່​ຢູ່​ໃນ​ສະຫວັນ ຂໍ​ໃຫ້​ຊື່​ຂອງ​ພະອົງ​ເປັນ​ທີ່​ເຄົາລົບ​ນັບຖື​ຢູ່​ສະເໝີ.’” (ມັດທາຍ 6:9) ເພິ່ນ​ບໍ່​ເຄີຍ​ສອນ​ລູກສິດ​ໃຫ້​ອະທິດຖານ​ເຖິງ​ນັກ​ບຸນ ທູດ​ສະຫວັນ ຫຼື​ບຸກຄົນ​ອື່ນ​ນອກ​ຈາກ​ພະເຈົ້າ.

 ພະ​ເຢຊູ​ຍັງ​ບອກ​ລູກສິດ​ຂອງ​ເພິ່ນ​ນຳ​ວ່າ: “ຂ້ອຍ​ເປັນ​ທາງ​ນັ້ນ ເປັນ​ຄວາມ​ຈິງ ແລະ​ເປັນ​ຊີວິດ. ບໍ່​ມີ​ຜູ້​ໃດ​ທີ່​ຈະ​ມາ​ເຖິງ​ພະເຈົ້າ​ຜູ້​ເປັນ​ພໍ່​ໄດ້​ນອກ​ຈາກ​ມາ​ທາງ​ຂ້ອຍ.” (ໂຢຮັນ 14:6) ພະເຈົ້າ​ແຕ່ງ​ຕັ້ງ​ພະ​ເຢຊູ​ຜູ້​ດຽວ​ເທົ່າ​ນັ້ນ​ໃຫ້​ເປັນ​ຜູ້​ອ້ອນ​ວອນ​ເພື່ອ​ພວກ​ເຮົາ.—ເຮັບເຣີ 7:25

ຖ້າ​ຂ້ອຍ​ອະທິດຖານ​ເຖິງ​ພະເຈົ້າ​ແລະ​ເຖິງ​ນັກ​ບຸນ​ນຳ​ເດ?

 ໃນ​ບັນຍັດ​ສິບ​ຂໍ້ ພະເຈົ້າ​ບອກ​ໄວ້​ວ່າ: “ເຮົາ​ແມ່ນ​ພະ​ຜູ້​ເປັນ​ເຈົ້າ ອົງ​ເປັນ​ພະເຈົ້າ​ຂອງ​ເຈົ້າ ແລະ​ເຮົາ​ຈະ​ບໍ່​ອົດ​ກັ້ນ​ຕໍ່​ຄູ່​ແຂ່ງ​ໃດໆ.” (ອົບພະຍົບ 20:5, ສະບັບ​ທົ່ວໄປ) ພະເຈົ້າ “ບໍ່​ອົດ​ກັ້ນ​ຕໍ່​ຄູ່​ແຂ່ງ​ໃດໆ” ໝາຍ​ຄວາມ​ວ່າ​ແນວ​ໃດ? ໝາຍ​ຄວາມ​ວ່າ​ພະເຈົ້າ​ຕ້ອງການ​ໃຫ້​ສະແດງ​ຄວາມ​ພັກດີ​ຫຼື​ນະມັດສະການ​ເພິ່ນ​ພຽງ​ຜູ້​ດຽວ ນີ້​ລວມ​ເຖິງ​ການ​ອະທິດຖານ​ນຳ.—ເອຊາອີ 48:11

 ເຮົາ​ຈະ​ເຮັດ​ໃຫ້​ພະເຈົ້າ​ບໍ່​ພໍ​ໃຈ​ຖ້າ​ເຮົາ​ອະທິດຖານ​ເຖິງ​ຜູ້​ອື່ນ ແມ່ນ​ແຕ່​ເຖິງ​ນັກ​ບຸນ​ຫຼື​ທູດ​ສະຫວັນ​ຜູ້​ບໍລິສຸດ. ເມື່ອ​ອັກຄະສາວົກ​ໂຢຮັນ​ພະຍາຍາມ​ນະມັດສະການ​ທູດ​ສະຫວັນ​ອົງ​ໜຶ່ງ​ ທູດ​ສະຫວັນ​ອົງ​ນັ້ນ​ກໍ​ຫ້າມ​ລາວ​ແລະ​ເວົ້າ​ວ່າ: “ຢ່າ​ເຮັດ​ແນວ​ນີ້! ຂ້ອຍ​ເປັນ​ພຽງ​ທາດ​ຄື​ກັບ​ເຈົ້າ​ແລະ​ຄື​ກັບ​ພີ່ນ້ອງ​ຂອງ​ເຈົ້າ​ທີ່​ເຮັດ​ວຽກ​ປະກາດ​ເລື່ອງ​ພະ​ເຢຊູ. ໃຫ້​ນະມັດສະການ​ພະເຈົ້າ!”—ພະນິມິດ 19:10